ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຈັດຂຶ້ນຢູ່ຝລັ່ງ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຈັດຂຶ້ນຢູ່ຝລັ່ງ - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມ​ສຳມະນາກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກດ້ວຍ​ຫົວ​ຂໍ້​ວ່າ “ປະ​ຫວັດ​ສາດ, ​ເສດຖະກິດ​ການ​ທະຫານ ​ແລະ ​​ການ​ໂຄສະນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ” ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ສູນວັດທະນະທຳ​ຫວຽດນາມ ປະຈຳ​ປາຣີ, ປະ​ເທດ​ຝລັ່ງ, ​ເພື່ອ​ແນ​ໃສ່​ແລກປ່ຽນ ​ແລະ ສະໜອງ​ບັນດາ​ຂໍ້​ມູນ​ທີ່​ເປັນ​ພື້ນຖານ ​ແລະ ບັນດາ​ຫຼັກຖານ​ທີ່ຊັດ​ເຈັນ​ ເພື່ອ​ຢັ້ງຢືນວ່າ ບັນດາ​ໝູ່​ເກາະ​ຮ່າງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນຂຶ້ນ​ກັບ​ອະທິປະ​ໄຕຂອງ​ຫວຽດນາມ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ແນະນຳ​​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບການ​ເມືອງ, ​ເສດຖະກິດ ​ແລະ ຄວາມ​ສຳຄັນ​ຂອງ​​ເຂດ​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ບົດບາດ​ຂອງ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ກໍ​ເຕື້ອງ​ເຖິງ​ບັນດາ​ການ​ພິດ​ພາດ ​ແລະ ບາງ​ບັນຫາ​ທີ​ກ່ຽວຂ້ອງ​ເຖິງ​ຄວາມ​ປອດ​ໄພ ​ແລະ ການປ້ອງ​ກັນຊາ​ດບົນ​ທະ​ເລ.

        ຕາມ​ບັນດາ​ນັກຮຽນຮູ້​ແລ້ວ, ​ໃນ​ຕໍ່ໜ້າ, ​ເພື່ອ​ຕໍ່​ສູ້​ຕ້ານ​ບັນດາ​ວິທີ​ການ​ໂຄສະນາ​ທີ່​ບິດ​ເບືອນ​ຄວາມ​ຈິ່ງ​ກ່ຽວ​ກັບ​ບັນຫາ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແລະ ທະ​ເລ​ຕາ​ເວັນ​ອອກ, ປະຊາຊົນ​​ແຕ່ລະຄົນ​ຕ້ອງ​ຊອກຮູ້​ເພື່ອ​ມີ​ຄວາມ​ຮູ້ ​ແລະ ບັນດາ​ຂໍ້​ມູນ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ການ​ພິດ​ພາດ​ຢູ່​ບັນດາ​ເຂດ​ນີ້, ​ເພີ່ມ​ທະວີ​ບົດ​ຂຽນ​ດ້ວຍ​ພາສາ​ອັງ​ກິດ, ຝລັ່ງ, ຍີ່ປຸ່ນ ​ເພື່ອ​​ໃຫ້ໂລກ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ບັນດາ​ການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ