ກອງປະຊຸມສຳມະນາກ່ຽວກັບນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສວຍໃຊ້ເຫຼົ້າ, ເບຍ

ກອງປະຊຸມສຳມະນາກ່ຽວກັບນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສວຍໃຊ້ເຫຼົ້າ, ເບຍ - ảnh 1
(ພາບປະກອບ)
(vovworld) - ​ພາຍຫລັງທີ່​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ (​ແຕ່​ວັນ​ທີ 06 - 07/04) ກອງ​ປະຊຸມ​ສຳ​ມະ​ນາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ລາວ, ​ໄທ, ກຳປູ​ເຈຍ ​ແລະ ຫວຽດນາມ ກ່ຽວ​ກັບ​ນະ​ໂຍບາຍກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສວຍໃຊ້​ເບຍ, ​ເຫຼົ້າ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ຮ່າ​ໂນ້ຍ. ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຊີ້​ໃຫ້​​ແຈ້ງ​ທ່າ​ອຽງ, ບົດຮຽນໃນ​ການ​ສ້າງ​ນະ​ໂຍບາຍ​ກົດໝາຍ​ເພື່ອ​ຄວບ​ຄຸມ​ເບຍ, ​ເຫຼົ້າ, ທັດສະນະ​ລວມ​ໃນ​ການ​ສຳ​ພັດ​ສ້າງ​ນະ​ໂຍບາຍ​ຄວບ​ຄຸມ​ເບຍ, ​ເຫົ້ຼາ ຢູ່​ແຕ່ລະ​ປະ​ເທດ ​ແລະ ​ແຕ່​ລະ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມສຳ​ມະ​ນາ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າກຳມາ​ທິການ​ ​ບັນດາ​ບັນ​ຫາ​ສັງຄົມ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ບັນ​ດາຜູ້​ແທນ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ທັດສະ​ນະ​ແມ່ນ ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານຜົນ​ຮ້າຍ​ຈາກ​ເບຍ, ​ເຫຼົ້າ ​ໃນ​ຫຼາຍ​ແງ່​ຫວັງ​ທີ່​ແຕກ​ຕ່າງ​ກັນ ຈາກ​ສຸຂະພາບ​ຕະຫຼອດ​ຮອດ​ເສດຖະກິດ, ສັງຄົມ, ວັດທະນະທຳ​ການ​ສຶກສາ, ​ແບບ​ແຜນ​ການດຳລົງ​ຊີວິດ, ຜ່ານ​ການ​ສ້າງ​ນະ​ໂຍບາຍ​ໄລຍະ​ຍາວ​ໂດຍ​ໄວ ​ເພື່ອ​ຮັບ​ມື​ກັບ​ສະພາບ​ຜະລິດ ​ແລະ ນຳ​ໃຊ້​ເບຍ, ​ເຫຼົ້າ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປະກາດ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸນ​ເບຍ, ​ເຫົ້ຼາໂດຍ​ໄວ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້ຈາກການ​ສວຍ​ໃຊ້​ເບຍ​ເຫຼົ້າ. ມຸ່ງ​ໄປ​ສູ່​ຈຸດໝາຍ​ສ້າງ​ການ​ດຳລົງ​ຊີວິດ​ທີ່​ປອດ​​ໃສ, ສັງຄົມ​ສີວິ​ໄລ ​ແລະ ພັດທະນາ”.

ຂ່າວ/ບົດ​ອື່ນ