ກອງປະຊຸມສຳມະນາກ່ຽວກັບອາຊຽນທີ່ແມັກຊີໂກ

(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮ່ວາຍເຢືອງ ໄດ້ທວນຄືນວິວັດການສ້າງຕັ້ງ ແລະ ພັດທະນາຂອງອາຊຽນໃນຕະຫຼອດໄລຍະ 50 ປີຜ່ານມາ ...

ກອງປະຊຸມສຳມະນາກ່ຽວກັບອາຊຽນທີ່ແມັກຊີໂກ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮ່ວາຍເຢືອງກ່າວຄຳເຫັນທີ່ກອງປະຊຸມສຳມະນາ

(ພາບ:Van Diep/TTXVN)

ໃນຂອບເຂດກອງປະຊຸມສຳມະນາກ່ຽວກັບວິໄສທັດ ແລະ ແງ່ຫວັງຂອງນະໂຍບາຍການພົວພັນຕ່າງປະເທດຂອງແມັກຊີໂກ ໂດຍສະພາຕ່ຳແມັກຊີໂກຈັດຕັ້ງໃນວັນທີ 20 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳແມັກຊີໂກ ຫງວຽນຮ່ວາຍເຢືອງ ໄດ້ຊີແຈ້ງເຖິງບົດບາດ, ທີ່ຕັ້ງຂອງປະຊາຄົມ ອາຊຽນໃນເວທີສາກົນ ແລະ ການພົວພັນລະຫວ່າງຫວຽດນາມ ແລະ ແມັກຊີໂກ. ທີ່ກອງປະຊຸມສຳມະນານີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮ່ວາຍເຢືອງ ໄດ້ທວນຄືນວິວັດການສ້າງຕັ້ງ ແລະ ພັດທະນາຂອງອາຊຽນໃນຕະຫຼອດໄລຍະ 50 ປີຜ່ານມາ, ດ້ວຍບັນດາຜົນງານອັນໃຫຍ່ຫຼວງ ໄດ້ນຳອາຊຽນກາຍເປັນອົງການຈັດຕັ້ງພາກພື້ນທີ່ມີອິດທິພົນຊື່ສຽງ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫຼາຍປະເທດໃນໂລກ.  ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮ່ວາຍເຢືອງ ກໍໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີ ແລະ ຄວາມເຫັນດີເຫັນພ້ອມຂອງກຸ່ມ ນັ້ນແມ່ນປັດໄຈຕົ້ນຕໍ ຊ່ວຍໃຫ້ອາຊຽນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງປະຊາຄົມ, ພາກພື້ນ ແລະ ສາກົນ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮ່ວາຍເຢືອງ ຕີລາຄາສູງຕໍ່ການພັດທະນາຂອງການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ແລະ ແມັກຊີໂກ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 19 ພຶດສະພາ 1975 ມາຮອດປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ