ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັ​ບ​ແນວ​ຄິດ​ປະ​ທານ ໂຮ່​ຈີ​ມິນ ຢູ່ Angola

(VOVWORLD) - ກອງປະຊຸມສໍາມະນາ ທີ່ມີຊື່ວ່າ “ແນວຄິດຂອງປະທານ ໂຮ່ຈີມິນ ໃນການພົວພັນລະຫວ່າງ ຫວຽດນາມ ກັບ Angola” ໄດ້ດຳເນີນຢູ່ສຳນັກງານຂອງພັກຂະບວນການປະຊາຊົນປົດປ່ອຍ Angola (MPLA).
ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັ​ບ​ແນວ​ຄິດ​ປະ​ທານ ໂຮ່​ຈີ​ມິນ ຢູ່ Angola - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 28 ພຶດສະພາ, ຢູ່ນະຄອນ Luanda (Angola), ກອງປະຊຸມສໍາມະນາ ທີ່ມີຊື່ວ່າ “ແນວຄິດຂອງປະທານ ໂຮ່ຈີມິນ ໃນການພົວພັນລະຫວ່າງ ຫວຽດນາມ ກັບ Angola” ໄດ້ດຳເນີນຢູ່ສຳນັກງານຂອງພັກຂະບວນການປະຊາຊົນປົດປ່ອຍ Angola (MPLA). ນີ້ແມ່ນເຫດການທີ່ນອນໃນຂອບເຂດ ການຢ້ຽມຢາມ ແລະ ເຮັດວຽກຢູ່ Angola ຂອງຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກ, ໂດຍທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ນຳໜ້າຄະນະ.

        ທີ່ກອງປະຊຸມສຳມະນາ, ທ່ານ Esteves Carlos Hilario, ເລຂາຮັບຜິດຊອບວຽກງານຖະແຫຼງຂ່າວ ແລະ ການສື່ສານ ພັກ MPLA, ຢັ້ງຢືນວ່າ ກອງປະຊຸມສຳມະນາມີຄວາມໝາຍຢ່າງໃຫຍ່ຫຼວງ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ (1890 – 2024) ແລະ ສອງປະເທດ ຫວຽດນາມ - Angola ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ໃນປີ 2025. ທ່ານຢັ້ງຢືນວ່າ ບັນດາບົດປະກອບຄຳເຫັນກ່ຽວກັບຊີວະປະຫວັດ, ພາລະກິດ ແລະ ແນວຄິດຂອງປະທານ ໂຮ່ຈີມິນ ໃນກອງປະຊຸມສຳມະນາຄັ້ງນີ້ ແມ່ນບັນດາເອກະສານທີ່ລ້ຳຄ່າ ແລະ ແມ່ນບົດຮຽນທີ່ມີຄວາມໝາຍຢ່າງໃຫຍ່ຫຼວງໃຫ້ແກ່ສະມາຊິກພັກລຸ້ນຕໍ່ໆໄປຂອງ ຫວຽດນາມ ແລະ Angola.


ຕອບກັບ

ຂ່າວ/ບົດ​ອື່ນ