ກອງ​ປະ​ຊຸມ​ສຳ​ມະ​ນາປະ​ທານ ໂຮ່​ຈີ​ມິນ ກັບ​ຄວາມ​ມຸ່ງມ​າດ​ປາດ​ຖະ​ໜາ​ເອ​ກະ​ລາດ​ດ​ຂອງ​ຊາດ ແລະ ສັງ​ຄົມ​ນິ​ຍົມ

(VOVWORLD) -ທີ່ກອງປະຊຸມສຳມະນາ, ທ່ານຫງວຽນຊວັນທັັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ, ປະທານສະພາທິດສະດີສູນກາງ, ເນັ້ນໜັກວ່າຄວາມມຸ່ງມາດປາດຖະໜາເອກະລາດ - ເສລີພາບ - ຄວາມຜາສຸກ, ໝາກຜົນແຫ່ງການປະຕິວັດເຊິ່ງປະທານໂຮ່ຈີມິນໄດ້ສ້າງກໍ່ຂຶ້ນ, ແມ່ນມໍລະດົກດ້ານຈິດໃຈເຊິ່ງທ່ານປະໄວ້ໃຫ້ ເພື່ອສືບຕໍ່ນຳມາເຊິ່ງຄຸນຄ່າພາທາງໃຫ້ແກ່ບັນດາໄຊຊະນະຂອງການປະຕິວັດຫວຽດນາມ.
ກອງ​ປະ​ຊຸມ​ສຳ​ມະ​ນາປະ​ທານ ໂຮ່​ຈີ​ມິນ ກັບ​ຄວາມ​ມຸ່ງມ​າດ​ປາດ​ຖະ​ໜາ​ເອ​ກະ​ລາດ​ດ​ຂອງ​ຊາດ ແລະ ສັງ​ຄົມ​ນິ​ຍົມ - ảnh 1ທ່ານຫງວຽນຊວັນທັັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ, ປະທານສະພາທິດສະດີສູນກາງ 

ວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ, ຄະນະພັກນະຄອນ ນະຄອນໂຮ່ຈີມິນ ແລະ ຄະນະພັກແຂວງ ແຂວງກາວບັ່ງ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ວ່າ “ປະທານໂຮ່ຈີມິນ ກັບ ຂະບວນວິວັດການປະຕິບັດຄວາມມຸ່ງມາດປາດຖະໜາ ເອກະລາດຂອງຊາດ ແລະ ສັງຄົມນິຍົມ”.

ທີ່ກອງປະຊຸມສຳມະນາ, ທ່ານຫງວຽນຊວັນທັັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ, ປະທານສະພາທິດສະດີສູນກາງ, ເນັ້ນໜັກວ່າຄວາມມຸ່ງມາດປາດຖະໜາເອກະລາດ - ເສລີພາບ - ຄວາມຜາສຸກ, ໝາກຜົນແຫ່ງການປະຕິວັດເຊິ່ງປະທານໂຮ່ຈີມິນໄດ້ສ້າງກໍ່ຂຶ້ນ, ແມ່ນມໍລະດົກດ້ານຈິດໃຈເຊິ່ງທ່ານປະໄວ້ໃຫ້ ເພື່ອສືບຕໍ່ນຳມາເຊິ່ງຄຸນຄ່າພາທາງໃຫ້ແກ່ບັນດາໄຊຊະນະຂອງການປະຕິວັດຫວຽດນາມ. ທ່ານກ່າວວ່າ:

ໃນບັນວຽກງານຕ້ອງປະຕິບັດ ເພື່ສ້າງ ສັງຄົມນິຍົມ ເພິ່ນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງປະຕິບັດໃນທັນທີນັ້ນແມ່ນ: ທີ 1 ປະຊາຊົນຕ້ອງໄດ້ກິນອີ່ມ, ທີ 2 ແມ່ນປະຊາຊົນຕ້ອງໄດ້ນຸ່ງອຸ່ນ, ທີ 3 ແມ່ນປະຊາຊົນຕ້ອງມີບ່ອນພັກພາອາໄສ ແລະ ທີ 4 ແມ່ນປະຊາຊົນຕ້ອງໄດ້ຮ່ຳຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ