ປະຊຸມສຳມະນາວິທະຍາສາດ 70 ປີແຫ່ງວັນລັດຖະທຳມະນູນຫວຽດນາມ |
(vovworld)- ຕອນເຊົ້າວັນທີ 5/11, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມໄດ້ຈັດກອງປະຊຸມສຳມະນາວິທະຍາສາດ 70 ປີແຫ່ງວັນລັດຖະທຳມະນູນຫວຽດນາມ. ກອງປະຊຸມສຳມະນາແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ, ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດໄດ້ແລກປ່ຽນ, ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າຂອງລັດຖະທຳມະນູນສະບັບທຳອິດໃນຂະບວນວິວັດສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະກອບສ່ວນສ້າງລັດແຫ່ງກົດໝາຍ.
ທ່ານຮອງສາດສະດາຈານ, ປະລິນຍາເອກ ເລມິນທົງ ຮອງປະທານກຳມະທິການກົດໝາຍຂອງສະພາແຫ່ງຊາດໄຈ້ແຍກວ່າ :
“ ລັດຖະທຳມະນູນປີ 1946 ໄດ້ວາງບັນດາຄຸນຄ່າປະຊາທິປະໄຕທຳອິດຊຶ່ງລະບອບການເມືອງຂອງພວກເຮົາໄດ້ເດີນຕາມ, ນັ້ນແມ່ນຮູບການປົກຄອງລັດຖະສະພາ. ແມ່ນຮູບການປົກຄອງພິເສດ, ທັງເຊີດຊູລັດຖະສະພາ, ແຕ່ກໍທັງເຊີດຊູຜູ້ນຳໜ້າ. ຜູ້ນຳລັດ ທັງແມ່ນຜູ້ນຳລັດຖະບານໂດຍລັດຖະສະພາເລືອກຕັ້ງ. ນັ້ນແມ່ນຈຸດທີ່ເປັນເອກະລັກສະເພາະຂອງຫວຽດນາມ. ບັນດາຄຸນຄ່ານັ້ນ, ພວກເຮົາຕ້ອງສືບຕໍ່ຄົ້ນຄ້ວາ, ຂຸດຄົ້ນ ”