(ພາບ: google.com.vn)
vovworld) - ທີ 20/10, ຢູ່ນະຄອນໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດ - ກົດໝາຍ ສັງກັດມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນປັນຍາຊົນວິສາຫະກິດສາກົນ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ ”ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່”. ຜູ້ແທນ 150 ຄົນ ເຊິ່ງແມ່ນບັນດາຜູ້ຊ່ຽວຊານ, ນັກຄົ້ນຄ້ວາ, ນັກຄຸ້ມຄອງເສດຖະກິດ ແລະ ບັນດານັກທຸລະກິດ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນ ແລະ ຍົກອອກບັນດາບັນຫາທິດສະດີກ່ຽວກັບລັດວິສາຫະກິດ, ບົດບາດຂອງລັດວິສາຫະກິດໃນພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ, ປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດໃນໄລຍະປະຈຸບັນ; ຄວາມຈຳເປັນຕ້ອງສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ສະເໜີບັນດາມາດຕະການລະອຽດ ເພື່ອແນໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ ກໍ່ຄືຍົກສູງບົດບາດ, ປະສິດທິຜົນຂອງບັນດາລັດວິສາຫະກິດ. ຕາມບັນດາຜູ້ແທນແລ້ວ, ເສັ້ນທາງສັ້ນທີ່ສຸດເພື່ອສ້າງລະບຽບການຕະຫຼາດຄືນໃໝ່ ສຳລັບບັນດາລັດວິສາຫະກິດ ນັ້ນແມ່ນການຫັນເປັນຫຸ້ນສ່ວນ. ໃນສະເພາະໜ້າ, ລັດຄວນເດັດດຽວຍູ້ໄວວິວັດການຫັນບັນດາລັດວິສາຫະກິດເປັນຫຸ້ນສ່ວນ ເຖິງວ່າຈະຕ້ອງເກັບເອົາທຶນດ້ວຍລະດັບຕຳ່ກໍ່ຕາມ ແຕ່ຈະນຳມາເຊິ່ງປະສິດທິຜົນສູງສຸດໃຫ້ແກ່ຕະຫຼາດ.