(ພາບປະກອບ)
(vovworld) - ກອງປະຊຸມສຳມະນາວິທະຍາສາດຄົ້ນຄວ້າກ່ຽວກັບຫວຽດນາມ ດ້ວຍຫົວຂໍ້ວ່າ “ຫວຽດນາມ ໃນປະຊາຄົມໂລກ”, ເຊິ່ງດຳເນີນໄປໃນວັນທີ 20/05, ຢູ່ສະຖາບັນຕາເວັນອອກໄກ, ສະຖາບັນມະຫາບັນດິດວິທະຍາສາດແຫ່ງສະຫະພັນລັດເຊຍ. ກອງປະຊຸມມີ 2 ພາກຕົ້ນຕໍ່ແມ່ນ “ຫວຽດນາມ ທັນສະໄໝ” ແລະ “ຫວຽດນາມ ທີ່ເປັນມູນເຊື້ອ”. ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ຟ້າມຊວນເຊີນ ໄດ້ສະແດງບົດປະກອບຄຳເຫັນ “ນະໂຍບາຍການຕ່າງປະເທດຂອງຫວຽດນາມ ພາຍໃຕ້ແສງສະຫວ່າງມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ”, ຊຶ່ງໄດ້ເຕື້ອງເຖິງ 3 ເນື້ອໃນຕົ້ນຕໍ່ນັ້ນແມ່ນ; ເປົ້າໝາຍ, ໜ້າທີ່, ທິດທາງ ແລະ ບັນດາການກຳນົດທິດການຕ່າງປະເທດຂອງຫວຽດນາມ; ບັນດາຜົນງານທີ່ບັນລຸໄດ້ກ່ຽວກັບການຕ່າງປະເທດໃນໄລຍະ “ປ່ຽນໃໝ່” ແລະ ບັນດາເນື້ອໃນຕົ້ນຕໍ່ຂອງການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ໃນໄລຍະປະຈຸບັນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ການນຳກົມອາຊີ 3, ກະຊວງການຕ່າງປະເທດລັດເຊຍ ທ່ານ Khovaev ຖືວ່າ ກອງປະຊຸມສຳມະນາແມ່ນຊ່ອງສຳຄັນເພື່ອສ້າງນະໂຍບາຍການຕ່າງປະເທດກັບຫວຽດນາມ ກໍຄືເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ. ເມື່ອເວົ້າເຖິງການພົວພັນລະຫວ່າງລັດເຊຍ - ຫວຽດນາມ, ທ່ານ Khovaev ໃຫ້ຮູ້ວ່າ.
“ທິດສະດີການຕ່າງປະເທດໃໝ່ຂອງລັດເຊຍ ຖືກທ່ານປະທານາທິບໍດີລັດເຊຍ Putin ສືບຕໍ່ຢືນຢັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍກັບຫວຽດນາມ. ກ່ຽວກັບຝ່າຍກະຊວງການຕ່າງປະເທດ, ພວກຂ້າພະເຈົ້າພວມຕັ້ງໜ້າຜັນຂະຫຍາຍບັນດາລັດຖະນະໂຍບາຍການເມືອງຂອງການນຳລັດໃນການພົວພັນກັບຫວຽດນາມ, ພ້ອມທັງປະຕິບັດບັນດາຂໍ້ຕົກລົງຮ່ວມມືສຳຄັນຫຼາຍດ້ານເຊິ່ງ 2 ຝ່າຍບັນລຸໄດ້. ຂ້າພະເຈົ້າຄິດວ່າ, ໃນໄລຍະ 5 – 6 ປີມໍ່ໆມານີ້, 2 ປະເທດພວກເຮົາບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ການພົວພັນລະຫວ່າງ 2 ປະເທດໄດ້ມີການພັດທະນາຢ່າງຕັ້ງໜ້າ, ທີ່ຕັ້ງບົດບາດຂອງ 2 ປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ”.