ກອງປະຊຸມສຳມະນາວິທະຍາສາດ“ບົດຮຽນປ່ຽນໃໝ່ຢູ່ຫວຽດນາມ:ປະຫວັດສາດແລະປະຈຸບັນ”
(ພາບປະກອບ: TTXVN)
(vovworld) - ວັນທີ 06/10, ຢູ່ສຳນັກງານສະຖາບັນຕາເວັນອອກໄກ ຢູ່ມົດສະກູ, ສະຫະພັນລັດເຊຍ, ສູນຄົ້ນຄວ້າຫວຽດນາມ ແລະ ອາຊຽນ ໄດ້ຈັດກອງປະຊຸມສຳມະນາຫວຽດນາມ ວິທະຍາ ຄັ້ງທີ 7 ດ້ວຍຫົວຂໍ້ວ່າ “ບົດຮຽນປ່ຽນໃໝ່ຢູ່ຫວຽດນາມ: ປະຫວັດສາດ ແລະ ປະຈຸບັນ”. ບັນດາບົດທາບທາມຄວາມເຫັນທີ່ກອງປະຊຸມສຳມະນາ ໄດ້ສຸມໃສ່ໄຈ້ແຍກ ແລະ ປຶກສາຫາລືຮູບແບບພັດທະນາເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມຢູ່ຫວຽດນາມ, ບັນດາຜົນກະທົບນະໂຍບາຍ “ປ່ຽນໃໝ່” ເຖິງທຸກໆຂົງເຂດຊີວິດສັງຄົມຫວຽດນາມ, ພ້ອມທັງຢືນຢັນບັນດາຜົນງານຂອງວິວັດທະນາການ “ປ່ຽນໃໝ່” ໄດ້ປ່ຽນແປງໂສມໜ້າປະເທດຊາດຢ່າງແທ້ຈິງ, ນຳຫວຽດນາມ ຫຼຸດພົ້ນອອກຈາກວິກິດການເສດຖະກິດ, ສັງຄົມ ແລະ ກ້າວໄປເຖິງລະດັບພັດທະນາປານກາງ ຕາມາດຕະຖານຂອງສະຫະປະຊາຊາດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ແລກປ່ຽນຄຳເຫັນກ່ຽວກັບຫຼາຍບັນຫາຄື: ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ; ປົກປ້ອງສິດທິມະນຸດໃນລັດຖະທຳມະນູນສະບັບໃໝ່ຂອງຫວຽດນາມ; ປະຕິຮູບ ແລະ ຫັນການສຶກສາຂອງຫວຽດນາມເປັນທັນສະໄໝ …