ກອງປະຊຸມສຳມະນາວິທະຍາສາດ“ປ່ຽນໃຫມ່ຮູບການປະຕິບັດວຽກງານຖະແຫລງຂ່າວການຕ່າງປະເທດໃນໄລຍະໃຫມ່”
ທ່ານດີງເທຮີງ,ຫົວຫນ້າຄະນະໂຄສະນາສຶກສາສູນກາງ
ພາບ:vov
|
(vovworld)- ກອງປະຊຸມສຳມະນາຖືກຈັດຂຶ້ນຢູ່ນະຄອນ ດາຫນັງ ໃນວັນທີ 15/11 ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈີມີນ ສົມທົບກັບຄະນະໂຄສະນາສຶກສາຄະນະພັກນະຄອນ ດາຫນັງ ຈັດຕັ້ງຂຶ້ນ. ໃນ 20 ກວ່າບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ສຸມໃສ່ຊີ້ແຈ້ງທັດສະນະຂອງພັກ ແລະ ລັດ ຫວຽດນາມ ໃນວຽກງານຖະແຫລງຂ່າວການຕ່າງປະເທດໃນໄລຍະຜ່ານມາ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ພ້ອມກັນແບ່ງປັນຄຳເຫັນ ເພື່ອຊີ້ໃຫ້ເຫັນສະພາບຄວາມຈິງການເຄື່ອນໄຫວຖະແຫລງຂ່າວການຕ່າງປະເທດຢູ່ຫວຽດນາມເວົ້າລວມ ແລະ ນະຄອນ ດາຫນັງ, ເຂດພາກກາງເວົ້າສະເພາະ, ເຮັດແຈ້ງບົດບາດ ແລະ ຄວາມໝາຍຂອງຖະແຫລງຂ່າວການຕ່າງປະເທດໃນໄລຍະເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ.