ກອງປະຊຸມສຳມະນາສາກົນ 40 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ


ກອງປະຊຸມສຳມະນາສາກົນ 40 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ 40 ປີ ແຫ່ງວັນ​ທ້ອນ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ດ້ວຍ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ 40 ປີ ແຫ່ງວັນ​ທ້ອນ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ດ້ວຍ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 27/4 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້​ຫຼາຍ​ປະ​ເທດ​ໃນ​ໂລກ.  ດ້ວຍ 70 ບົດ​ປະ​ກ​ອບ​ຄຳ​ເຫັນ, ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ຊີ້​ໃຫ້​ເຫັນ​ແຈ້ງກ່ຽວ​ກັບ​ໄຊ​ຊະ​ນະ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ການ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ແລະ ການ​ລຸກ​ຮື້​ຂຶ້ນ​ຍາມ​ລະ​ດູ​ບານ​ໃໝ່​ປີ 1975. ໄຊ​ຊະ​ນະ ວັນ​ທີ 30/4/1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົ​ມ​ບູນ, ທ້ອນ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ສະ​ຕະ​ວັດ​ທີ 20 ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ບັນ​ດາ​ນັກ​ຮຽນ​ຮູ້​ກໍ​ຍັງ​ເຮັດ​ໃຫ້​ເລິກ​ເຊິ່ງ ແລະ ລະ​ອຽດ​ກວ່າ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ມາ​ໄດ້​ຂອງ ຫວຽດ​ນາມ​ໃນ 40 ປີ​ທີ່​ຜ່ານ​ມາ. ສາດ​ສະ​ດາ​ຈານ, ດ​ຣ ດິງກວາງ​ຫາຍ ຫົວ​ໜ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ ໃຫ້​ຮູ້​ວ່າ :

    “ ຫວຽດ​ນາມ​ສາ​ມາດ​ຍາດ​ໄດ້ຫຼາຍ​ຜົນ​ງານ, ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຍາມ​ໃດ​ກໍ​ບັນ​ລຸ​ລະ​ດັບ​ສູງ​ພໍ​ສົມ​ຄວນ. ພ້ອມ​ກັນ​ນັ້ນ, ດ້ວຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, 40 ປີ ພາຍຫຼັງປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົ​ມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຫວຽດ​ນາມ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ. ຫວຽດ​ນາມ​ພວມ​ຢູ່​ໃນ​ທ່ວງ​ທ່າ​ພັດ​ທະ​ນາ ແລະ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມ​ຈະ​ນຳ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ສະ​ດວກ​ເພື່ອ​ພັດ​ທະ​ນາ”.

ຂ່າວ/ບົດ​ອື່ນ