ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ - ảnh 1
ພາບປະກອບ:internet


 (vovworld) -   ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່ ນະຄອນ​ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ, ຫວຽດນາມ, ຈີນ,​ ອົດ​ສະ​ຕາ​ລີ, ອັງກິດ, ຟິລິບ​ປີນ ​ແລະ ສິງກະ​ໂປ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ໄຈ້​ແຍກ​ບັນດາສາຍ​ເຫດ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ, ບົດບາດ​ຂອງ​ກົດໝາຍ​ສາກົນ, ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ -ຈີນ ​ແລະ ບົດບາດຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງຫນ້າ ຫວຽດນາມ ​ໄດ້​​ແນະນຳ​ບັນດາ​ຫລັກ​ມູນ​ທີ່​ພິ​ສູດໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ທີ່​ບໍ່​ສາມາດ​ປະຕິ​ເສດ​ໄດ້. ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່າ, ຫົວຫນ້າ​ກົມ​ກົດໝາຍ​ສາກົນ ​ແລະ​ສົນທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ ​ໄດ້​ຢືນຢັນ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ແກ້​ໄຂ​ກາ​ນພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ ສປຊ ກ່ຽວ​ກັບ​ທະ​ເລ. ສ່ວນ​ທ່ານ Chiristopher Hill ອະດີດ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ຮັບຜິດຊອບ​ບັນຫາ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ຖື​ວ່າ: ຈີນ ຄວນ​ກຳນົດ​ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ຕົນ ​ແລະ ຊອກ​ວິທີ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດນັ້ນ​ໃຫ້​ມີ​ຄວາມກົມກຽວກັບ​ຜົນ​ປະ​​ໂຫຍ​ດຂອງ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ Hill ​ເນັ້ນ​ຫນັກ​ວ່າ: ການ​ພິພາດ​ຢູ່​ທະ​ເລ​ຮຽກຮ້ອງ​ໃຫ້​ມີ​​ວິທີ​ສຳ​ພັດ​ທັນ​ສະ​ໄຫມ​ກວ່າ, ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ວິທີ​ສຳ​ພັດ​ສອງ​ຝ່າຍ​ປະ​ຈຸ​ບັນ​ຂອງ​ຈີນ ບໍ່​ເໝາະ​ສົມ. ທ່ານ Hill ກ່າວ​ວ່າ:

        “ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ຈີນ ບໍ່​ແມ່ນ​ພຽງ​ແຕ່​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ຫາກ​​ແມ່ນ​ການ​ແກ້​ໄຂ​ໂດຍ​ສັນຕິ​ວີ​ທີ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຂ້າພະ​ເຈົ້າ​ຖື​ວ່າ: ການ​ພິພາດ​ທະ​ເລ​ຕາ​ເວັນ​ອອກ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຍັງ​ໃຫ້​ແກ່​ຈີນ. ຈີນ ພວມ​ພົ້ນ​ເດັ່ນ​ຂຶ້ນ ​ແລະ ກາຍ​ເປັນ​ປະ​ເທດ​ໃຫຍ່​ໃນ​ທົ່ວ​ໂລກ. ວິທີ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ແມ່ນ​ບັນຫາ​ສຳຄັນ​ສຳລັບ​ປະ​ເທດ​ຈີນ ກໍ​ຄື​ຂອງ​ທັງ​ໂລກ.”

        ຜູ້ຕາງຫນ້າ​ຝ່າຍ ຟິລິ​ປີນ ຖື​ວ່າ: COC ຄວນ​ໄດ້​ຮັບ​ການ​ນຳ​ໃຊ້​ຄຽງ​ຄູ່​ກັບ​ກົດໝາຍ​ສາກົນ ​ເພາະວ່າ ປະມວນຂໍ້​ກຳນົດ​ນີ້​ບໍ່​ແກ້​ໄຂທຸກ​ບັນຫາ​ໄດ້ ​ແລະ ກົງກັນຂ້າມ. ສ່ວນ​ທ່ານ Rober Berman ຜູ້ອຳນວຍການ​ສູນ​ກົດໝາຍ​ສາກົນ ສິງກະ​ໂປ​ຖື​ວ່າ: ຈີນ ຄວນ​ຊຸກຍູ້​ຜົນ​ປະ​ໂຫຍ​ດສາກົນ​ຂອງ​ຕົນ ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ