ກອງປະຊຸມສຳມະນາ“ຫວຽດນາມ, ຄູ່ຮ່ວມມືດ້ານ ການຄ້າ ແລະ ອຸດສາຫະກຳອາຊີຕາເວັນອອກ ສ່ຽງໃຕ້”

ກອງປະຊຸມສຳມະນາ“ຫວຽດນາມ, ຄູ່ຮ່ວມມືດ້ານ ການຄ້າ ແລະ ອຸດສາຫະກຳອາຊີຕາເວັນອອກ ສ່ຽງໃຕ້” - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ຫວຽດນາມ, ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ
​ແລະ ອຸດສາຫະກຳ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້”
(ພາບ: moit.gov.vn)


(vovworld) -     “ຫວຽດນາມ, ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ອຸດສາຫະກຳ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳມ​ະນາ​ເຊິ່ງຫາ​ກໍ​ດຳ​ເນີນ​​ຢູ່​ຝລັ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງຮອງ​ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ​ຫວຽດນາມ Ho Thi Kim Thoa ​ເນັ້ນ​ໜັກ​ວ່າ ​ການ​ປະກອບສ່ວນ​ຕ່າງໆຂອງ​ປະຊາ​ຄົມ​ນັກ​​ທຸລະ​ກິດ​ຝລັ່ງ ​ແລະ ຫວຽດນາມ ​ແມ່ນ “ຂົວ​ເຊື່ອມ​ຕໍ່​ຢ່າງ​​ຕັ້ງໜ້າ” ​ນຳ​ສິ້ນ​ຄ້າ​ຫວຽດນາມ ອອກ​ສູ່​ໂລກ ​ແລະ ນຳ​ບັນດາ​ຜະລິດ​ຕະພັນ​ຂອງຝລັ່ງ ​ມາ​ໃຫ້ຜູ້​ບໍລິ​ໂພ​ກ, ອຸປະ​ໂພກຫວຽດນາມ. ທ່ານ​ນາງ Ho Thi Kim Thoa ກໍ​ຍົກ​ອອກ​ບາງ​ຂໍ້​ສະ​ເໜີ​ກັບ​ປະຊາ​ຄົມ​ນັກທຸລະກິດ​ສອງ​ປະ​ເທດ ​ເພື່ອ​ສູ້​ແຮງ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ສອງ​ຝ່າຍ ​ຄື​ນຳ​ໃຊ້​ຜົນ​ປະ​ໂຫຍ​ດອັງ​ຕັ້ງໜ້າ​ຈາກສັນຍາການຄ​້າ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ; ຍູ້​ແຮງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ