ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂຄວິດ-19

(VOVWORLD) -ວັນທີ 17 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕງປະເທດຫວຽດນາມ ຝ້າມບີງມິນ ພ້ອມກັບ ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ  ແລະ ລັດຖະມົນຕີການຕ່າງປະເທດ ລັດເຊຍ ແຊກໄກ ລາບຣົບ ໄດ້ເຂົ້າຮ່ວມ ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19ນາ
ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂຄວິດ-19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຝ້າມບີງມິນ

     ທີ່ກອງປະຊຸມ, ບັນດາທ່ານລັດຖະມົນຕີໄດ້ເຫັນດີຊ່ວຍໜູນ ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງຂອງກັນ ໄດ້ກັບເມືອປະເທດ ຖ້າຫາກມີຄວາມຕ້ອງການ, ພ້ອມທັງສົມທົບກັນຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ແລະ ນັກສຶກສາພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ບັນດາປະເທດ.

     ກ່ວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຖືວ່າ ປະຈຸບັນ ຫວຽດນາມພວມຜັນຂະຫຍາຍປະຕິບັດໜ້າທີ່ຄູ່, ທີ 1 ແມ່ນສະກັດກັ້ນການແຜ່ລະບາດຂອງ ໂລກລະບາດໂຄວິດ-19, ດ້ານອື່ນ ກໍຊຸກຍູ້ຟື້ນຟູ ແລະ ພັດທະນາເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່ງປະເທດຫວຽດນາມ ຝ້າມບີງມິນ ຢືນຢັນວ່າ ຫວຽດນາມຈະເພີ່ມທະວີການສົມທົບກັບບັນດາຝ່າຍ, ໃນນັ້ນມີ ລັດເຊຍ, WHO ແລະ ວົງຄະນະຍາດສາກົນ ເພື່ອຄວບຄຸມ ແລະ ຍູ້ ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ພ້ອມກັນນັ້ນ, ທ່ານກໍສະເໜີໃຫ້ບັນດາຝ່າຍ, ພິເສດແມ່ນອາຊຽນ ແລະ ລັດເຊຍ ຄວນເພີ່ມທະວີການຮ່ວມມືຫຼາຍກ່ວາອີກ ແລະ ຊອກຫາວິທີເພື່ອພ້ອມກັນຄົງຕົວກັບຄວາມສ່ຽງຂອງ ໂລກລະບາດໂຄວິດ-19

ຕອບກັບ

ຂ່າວ/ບົດ​ອື່ນ