ກອງປະຊຸມຮ່ວມມືດ້ານທ່ອງທ່ຽວຄັ້ງທີ 8 ລະຫວ່າງ 3 ແຂວງ ກວາງຈິ້, ສະຫວັນນະເຂດ, ມຸກດາຫານ

ກອງປະຊຸມຮ່ວມມືດ້ານທ່ອງທ່ຽວຄັ້ງທີ 8 ລະຫວ່າງ 3 ແຂວງ ກວາງຈິ້, ສະຫວັນນະເຂດ, ມຸກດາຫານ - ảnh 1
ກອງ​ປະຊຸມ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ຄັ້ງ​ທີ 8
( ພາບ: ktdt.com.vn )


( vovworld ) -    ກອງ​ປະຊຸມ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ຄັ້ງ​ທີ 8 ລະຫວ່າງ 3 ​ແຂວງ​ກວາງ​ຈິ້ ( ຫວຽດນາມ ) - ສະຫວັນ​ນະ​ເຂດ ( ລາວ ) ​ແລະ ມຸກດາ​ຫານ ( ​ໄທ ) ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ນະຄອນ​ດົງ​ຮ່າ, ​ແຂວງ​ກວາງຈິ້, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​​ໃນງານ​ບຸນ “ ຂົວ​ເຊື່ອມ​ຕໍ່​ຂ້າມ​ອາຊີ ” ຄັ້ງ​ທີ 3 ຢູ່​ກວ່າ​ງຈິ້ 2012. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ແຂວງ​ຕ້ອງ​ສືບ​ຕໍ່​ປະຕິ​ຮູບ​ລະບຽບການ​​ເຂົ້າ​ອອກ​ເມືອງແລະ ການ​ສົ່ງ​ອອກ​ນຳ​ເຂົ້າ​ຢູ່​ແຕລະ​ຄູ່ດ່ານຊາຍ​ແດນ; ຫຼຸດຜ່ອນ​ລະບຽບ​ການ​ດ້ານ​ບໍລິຫານ, ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທ່ອງ​ທ່ຽວ​​ເດີນ​ທາງບົກ​​ໄປເຖິງ​ແຕ່ລະ​ປະ​ເທດ; ​ເອົາ​​ໃຈ​ໃສ່ວາງ​ແຜນຜັງ​ສ້າງ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ​ໂຄງ​ລ່າງ​ດ້ານທ່ອງ​ທ່ຽວ, ມຸ່ງ​ໄປ​ເຖິງ​ສ້າງ​ວົງ​ຄະນະ​ຍາດ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ທ່ານ Nguyen Duc Chinh, ຮອງ​ປະທານ​ຜູ້​ປະຈຳ​ຄະນະ​ກຳ​ມະ​ການ​ປະຊາຊົນ​ແຂ​ວງກວາງ​ຈິ້​ໃຫ້​ຮູ້​ວ່າ.

ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ທ່າ​ແຮງ​ຂອງ​ແຕ່ລະ​ທ່ອງ​ຖິ່ນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ​ໄດ້​ວາງ​ອອກ​ໜ້າ​ທີ່​ທັງ​ຮີບ​ດ່ວນ, ທັງ​ຍາວ​ນານ, ຄວາມ​ເອົາ​ໃຈ​​ໃສ່​ແກ້​ໄຂຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ຂະ​ແໜງ​ທ່ອງ​ທ່ຽວ ​ແລະ​ວິ​ສາ​ຫະກິດ​ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ນຳຂະ​ແໜງ​ທ່ອງ​ທ່ຽວ 3 ​ແຂວງ ພັດທະນາ​ຢ່າງ​ເຂັ້ມ​ແຂງ, ໝັ້ນຄົງ​ກວ່າ, ​ເຊື່ອມ​ໂຍ​ງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ