ກອງ​ປະ​ຊຸມ​ເຈ​ລະ​ຈາ Shangri La: ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽ​ນ ພົບ​ປະ​ກ​ັບ ຜູ້​ອຳ​ນວຍ​ການ​ໃຫຍ່ IISS

(VOVWORLD) - ຕອນເຊົ້າວັນທີ 1 ມິຖຸນາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ ປ.ອ Bastian Giegerich ຜູ້ອຳນວຍການໃຫຍ່ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນຄົ້ນຄ້ວາ ຍຸດທະສາດສາກົນ  IISS.
ກອງ​ປະ​ຊຸມ​ເຈ​ລະ​ຈາ Shangri La:  ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽ​ນ ພົບ​ປະ​ກ​ັບ ຜູ້​ອຳ​ນວຍ​ການ​ໃຫຍ່ IISS - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈລະຈາ Shangri La (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງຄວາມໝັ້ນຄົງ ຢູ່ອາຊີ (ກອງປະຊຸມເຈລະຈາ Shangri La) ປະຈຳປີຄັ້ງທີ 21 ທີ່ພວມດຳເນີນຢູ່ ສິງກະໂປ, ຕອນເຊົ້າວັນທີ 1 ມິຖຸນາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານ ປ.ອ Bastian Giegerich ຜູ້ອຳນວຍການໃຫຍ່ທັງເປັນຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນຄົ້ນຄ້ວາ ຍຸດທະສາດສາກົນ  IISS, ເຊິ່ງແມ່ນອົງການຈັດຕັ້ງກອງປະຊຸມ. ທີ່ການພົບປະ, ທ່ານຮອງລັດຖະມົນຕີ ຮ່ວາງຊວັນຈຽນ ໄດ້ສະເໜີສະຖາບັນຄົ້ນຄ້ວາຍຸດທະສາດສາກົນ ພາກພື້ນ ອາຊີ ເພີ່ມທະວີການຮ່ວມມືຄົ້ນຄ້ວາ, ແລກປ່ຽນຄວາມຮູ້ກັບບັນດາອົງການຄົ້ນຄ້ວາຂອງ ຫວຽດນາມ, ໃນນັ້ນມີ ສະຖາບັນຍຸດທະສາດການປ້ອງກັນຊາດ. ທ່ານ ຜູ້ອຳວຍການໃຫຍ່ IISS ໄດ້ສະເໜີສອງຝ່າຍປຶກສາຫາລືຢ່າງລະອຽດ ເພື່ອກຳນົດບັນດາເນື້ອໃນຮ່ວມມືນີ້ໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ພຶດສະພາ ແລະ ຕອນເຊົ້າວັນທີ 1 ກໍລະກົດ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ມີການພົບປະກັບບັນດາການນຳປ້ອງກັນຊາດບັນດາປະເທດ ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ