ກອງປະຊຸມອະນຸພາກພື້ນແມ່ນ້ຳຂອງ
(ພາບປະກອບ)
|
(vovworld) – ວັນທີ 6/4, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງເຈລະຈາ ແລະ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳ ຫຼານກາງ ຄັ້ງທີ 1 ໄດ້ຈັດຕັ້ງຢູ່ນະຄອນຫຼວງ ປັກກິ່ງ, ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ການທູດຂັ້ນສູງທີ່ມາຈາກ ຈີນ, ໄທ, ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ. ດ້ວຍຫົວຂໍ້ວ່າ “6 ປະເທດ - ປະຊາຄົມໜຶ່ງຮ່ວມຊາຕາກຳ: ສ້າງກົນໄກເຈລະຈາຮ່ວມມືແມ່ນ້ຳຂອງ - ແມ່ນ້ຳ ຫຼານກາງ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ອະນຸພາກພື້ນ”, ກອງປະຊຸມຄັ້ງທີໜຶ່ງປຶກສາຫາລືເລື່ອງສ້າງຕັ້ງກົນໄກເຈລະຈາ ແລະ ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳ ຫຼານກາງ, ໃນນັ້ນມີຈຸດໝາຍ, ທິດທາງ ແລະ ບັນດາຂົງເຂດບຸລິມະສິດ. ກອງປະຊຸມຈະເປີດວິວັດການເຈລະຈາຮ່ວມມືແມ່ນ້ຳຂອງ - ແມ່ນ້ຳ ຫຼານກາງ, ດັ່ງນັ້ນ 6 ປະເທດຄວນເສີມຂະຫຍາຍທ່າແຮງດ້ານພຸມສາດ, ເພີ່ມທະວີການຮ່ວມມືຄວາມໝັ້ນຄົງດ້ານການເມືອງ, ປົກປັກຮັກສາຄວາມສະຖຽນລະພາບເຂດອະນຸພາກພື້ນ, ເຮັດໃຫ້ຫົວຂໍ້ຂອງການພັດທະນາພົ້ນເດັ່ນ, ກ້າວເຂົ້າສູ່ການຮ່ວມມືແທດຈິງ, ເພີ່ມທະວີການພົວພັນແລກປ່ຽນ, ເຊື່ອມຕໍ່, ສ້າງປະຊາຄົມຮ່ວມຢູ່ພາກພື້ນ.
ແມ່ນ້ຳຂອງ - ແມ່ນ້ຳ ຫຼານກາງ ໄຫຼ່ຜ່ານ 6 ປະເທດເຊິ່ງລວມມີ: ຈີນ, ໄທ, ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.