ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:bvhttdl.gov.vn)
(vovworld)- ກອງປະຊຸມເຈົ້າຄອງນະຄອນທ່ອງທ່ຽວບັນດາປະເທດອະນຸພາກພື້ນແມ່ນ້ຳຂອງປີ 2012 ແລະ ລາຍການ “ງານລາຕີກຳປູເຈຍ“ ໄດ້ດຳເນີນໃນຕອນຄ່ຳວັນທີ 13/9 ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈິມິນ. ທີ່ກອງປະຊຸມ, ເຈົ້າຄອງບັນດານະຄອນໄດ້ຮັບຮອງເອົາຍຸດທະສາດ ແລະ ຂັ້ນຕອນການຮ່ວມມືດ້ານການທ່ອງທ່ຽວ 2011-2015 ຂອງອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ ແລະ ລົງນາມໃນຖະແຫຼງການຮ່ວມ. ຖະແຫຼງການຮ່ວມຊີ້ແຈ້ງຄຳໝັ້ນສັນຍາຈະເພີ່ມທະວີ ແລະ ສົ່ງເສີມອົງການທ່ອງທ່ຽວຂອງຝ່າຍຕ່າງໆເພື່ອຮ່ວມມືກັນແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນກ່ຽວກັບການວາງແຜນພັດທະນາການທ່ອງທ່ຽວ, ໂຄສະນາ, ສົ່ງເສີມການທ່ອງທ່ຽວ, ຮ່ວມສຳພັນພັດທະນາຜະລິດຕະພັນທ່ອງທ່ຽວ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Le Hoang Quan ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຫວັງວ່າ, ໃນເທື່ອໜ້າຈະມີການເຂົ້າຮ່ວມຂອງການນຳບັນດານະຄອນໃນອະນຸພາກພື້ນແມ່ນ້ຳຂອງເຂົ້າຮ່ວມຕື່ມອີກ. ເຫດການນີ້ໄດ້ຈັດຕັ້ງຂຶ້ນດ້ວຍຄວາມປາດຖະໜາຢາກພັດທະນາ, ບົນພື້ນຖານສືບທອດ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມເຈົ້າຄອງນະຄອນທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ ແມ່ນພື້ນຖານສຳຄັນໃນການພັດທະນາການທ່ອງທ່ຽວຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ“