ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ -ອີຢູ (SOM ASEAN – EU)
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 14-15/5, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ອີຢູ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ແລະ ທ່ານ Viorel Budura, ຜູ້ອຳນວຍການຮັບຜິດຊອບອາຊີ - ປາຊີຝິກ, ອົງການພົວພັນຕ່າງປະເທດຂອງສະຫະພາບເອີລົບ (EU) ເປັນປະທານຮ່ວມ. ນີ້ແມ່ນກອງປະຊຸມທາບທາມນະໂຍບາຍເປັນປະຈຳໃນຂອບເຂດການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ ເພື່ອສຳຫຼາດກວດຄືນ ແລະ ປຶກສາຫາລືບັນດາມາດຕະການ ແນໃສ່ເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງສອງຝ່າຍ ກໍ່ຄືກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ອາຊຽນ - ອີຢູ ໃນຕົ້ນເດືອນ 7/2013 ຢູ່ ບຮູໃນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງວິງ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ເຈລະຈາ ແລະ ຮ່ວມມືລະຫວ່າງ ອາຊຽນ - ອີຢູ, ຊົມເຊີຍອີຢູໄດ້ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການພົວພັນກັບອາຊຽນ ແລະ ພາກພື້ນອາຊີຕາເວັນອອກ, ໜູນຊ່ວຍອາຊຽນ ກໍ່ສ້າງປະຊາຄົມອາຊຽນໃນປີ 2015, ຊຸກຍູ້ການເຊື່ອມໂຍງ ແລະ ເຊື່ມຈອດພາກພື້ນ ຜ່ານບັນດາລາຍການຮ່ວມມືພັດທະນາທີ່ສະຫງວນໃຫ້ແກ່ອາຊຽນ, ພ້ອມທັງເນັ້ນໜັກວ່າ ອາຊຽນ ແລະ ອີຢູ ຄວນສືບຕໍ່ຊຸກຍູ້ການພົວພັນຄູ່ເຈລະຈາ ແລະ ຮ່ວມມືພັດທະນາຢ່າງແທດຈິ່ງ ແລະ ມີປະສິດທິຜົນ, ພ້ອມກັນຮັບມືກັບການທ້າທາຍລວມ.
ບັນດາປະເທອາຊຽນ ແລະ ອີຢູ ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຫວຽດນາມໃນບົດບາດປະສານການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ, ກໍ່ຄືໝາກຜົນອັນດີງາມຂອງກອງປະຊຸມຄັ້ງນີ້.