ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນປຶກສາຫາລື8ບຸລິມະສິດຂອງເສົ້າຄ້ຳເສດຖະກິດອາຊຽນ

ກອງປະຊຸມເຈົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນປຶກສາຫາລື8ບຸລິມະສິດຂອງເສົ້າຄ້ຳເສດຖະກິດອາຊຽນ - ảnh 1
ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​​ເສດຖະກິດຂັ້ນ​ສູງ ອາ​ຊຽນ (SEOM)
(ພາບສຳນັກຂ່າວສານຫວຽດນາມ)

(vovworld) – ​ ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​​ເສດຖະກິດຂັ້ນ​ສູງ ອາ​ຊຽນ (SEOM) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01/08 ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ  ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ເຈົ້າ​ໜ້າ​ທີ່​ເສດຖະກິດ​ຂັ້ນ​ສູງ​ທີ່​ມາ​ຈາກ 10 ປະ​ເທດ​​ສະມາຊິກ ອາ​ຊຽນ ​ແລະ ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ນາງ ຫງວຽນ​ກວຽນ​ງາ, ຫົວໜ້າ SEOM ຫວຽດນາມ ນຳ​ໜ້າ. ​ໃນ 2 ວັນ​ດຳ​ເນີນກອງປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​​ເສດຖະກິດຂັ້ນ​ສູງ ອາ​ຊຽນ ຈະ​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ເນື້ອ​ໃນ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 (AEM 48) ​ແລະ ບັນດາ​ກອງ​ປະຊຸມ​​ກ່ຽວຂ້ອງ​ທີ່ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 03 – 06/08 ຢູ່​ນະຄອນຫລວງ ວຽງ​ຈັນ. ຕາ​​ມແຜນ​ການ​ແລ້ວ, AEM 48 ຈະ​ປຶກສາ​ຫາລື​ບັນດາ​ບັນຫາ ​ເຊິ່ງ​ໄດ້​ຮັບ​ການ​ແລກປ່ຽນ​ຢູ່​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 22 ຈັດ​ຕັ້ງ​ຢູ່ ຊຽງ​​​ໃໝ່, ​ໄທ ​ໃນ​ເດືອນ 3 ​ຜ່ານ​ມາ ​ແລະ ສຸມ​ໃສ່​ປຶກສາ​ຫາລື 8 ບຸລິມະສິດ​ຂອງ​ເສົ້າ​ຄ້ຳ​ເສດຖະກິດ ອາ​ຊຽນ ​ເຊິ່ງຄາດ​ຄະ​ເນ​ວ່າ ​ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ນອກ​ນັ້ນ, ບັນດາ​ລັດຖະມົນຕີ​ຈະ​ແລກປ່ຽນ​ບັນດາມາດຖານ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC), ​ວາງ​ແຜນການ ​ແລ​ະ ທິດ​ທາງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ 2025. ກອງປະຊຸມ​ກໍ່​ຈະ​ຮັບຮອງ​ເອົາ​ບັນ​ດາ​ເອກະສານ​ສຳຄັນ​ຂອງ ອາ​ຊຽນ ​ແລະ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື.

ຂ່າວ/ບົດ​ອື່ນ