ກອງປະຊຸມເຊືຶ່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດບັນດາແຂວງຊາຍແດນ ຫວຽດນາມ - ຈີນ

(VOVWORLD)ກອງປະຊຸມເຊືຶ່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດບັນດາແຂວງຊາຍແດນ ຫວຽດນາມ - ຈີນ ໄດ້ດຳເນີນໃນຕອນເຊົ້າວັນທີ 18 ສິງຫາ ຢູ່ນະຄອນ ລ້າງເຊີນ
ກອງປະຊຸມເຊືຶ່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດບັນດາແຂວງຊາຍແດນ ຫວຽດນາມ - ຈີນ - ảnh 1 ຜະລິດຕະພັນກະເສດແຂວງ ລ້າງເຊີນ

ເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບການຄ້າຂາຍຜະລິດຕະພັນກະເສດລະຫວ່າງ 2 ປະເທດ, ພ້ອມທັງແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດຂອງວິສາຫະກິດ 2 ຝ່າຍໃນການສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ. ທີ່ກອງປະຊຸມ, ທ່ານ ຫຼີວິງກວາງ ຮອງປະທານຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ຢືນຢັນວ່າ:

        “ແຂວງ ລ້າງເຊີນ ໃຫ້ຄຳໝັ້ນສັນຍາປະຕິບັດທັດສະນະສະເໝີຕົ້ນສະເໝີປາຍຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ, ຍາມໃດກໍ່ກຳນົດທິດໜູນຊ່ວຍວິສາຫະກິດ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ. ພ້ອມທັງ ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ ແນໃສ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດຮ່ວມມື ແລະ ພັດທະນາ.

        ທີ່ກອງປະຊຸມ, ບັນດາຫົວໜ່ວຍ ແລະ ວິສາຫະກິດ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແນໃສ່ສ້າງໂອກາດເຊື່ອມຕໍ່, ຮ່ວມມືລະຫວ່າງນັກຜະລິດ, ວິສາຫະກິດ ແລະ ຜູ້ບໍລິໂພກອຸປະໂພກ 2 ປະເທດ ຫວຽດນາມ - ຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ