ກອງປະຊຸມເຜີຍແຜ່,ແນະນຳການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ປະມວນກົດໝາຍແພ່ງ(ສະບັບປັບປຸງ)

ກອງປະຊຸມເຜີຍແຜ່,ແນະນຳການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ປະມວນກົດໝາຍແພ່ງ(ສະບັບປັບປຸງ) - ảnh 1
ພາບ​ປະ​ກອບ

(vovworld) – ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ດຳ​ເນີ​ນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/1, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ດິງ​ຈູງ​ຕູ້ງ ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 (ໃນ​ເດືອນ 11/2014), ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶ​ກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ໃສ່​​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ). ນີ້​ແມ່ນ​ການ​ປັບ​ປຸງ​ໃຫຍ່ ດ້ວຍ​ຈຸດ​ປະ​ສົງ​ສ້າງ​ປະ​ມວນ​ກົດ​ໝາຍ​ແພ່ງ​ກາຍ​ເປັນ​ກົດ​ໝາຍ​ລວມ​ຂອງ​ລະ​ບົບ​ກົດ​ໝາຍ​ຢ່າງ​ແທດ​ຈິງ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ແນະ​ນຳ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​​ໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບັບ​ປັບ​ປຸງ) ເພື່ອ​ໃຫ້​ບັນ​ດາ​​ຜູ້​ລາຍ​ງານ​ດ້ານ​ກົດ​ໝາຍ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ເນື້ອ​ໃນ, ຮູບ​ແບບ​ກາ​ນ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​​ໃສ່​ປະ​ມວນ​ກົດ​ໝາຍ​ແພ່ງ (ສະ​ບ​ັບ​ປັບ​ປຸງ).


ຂ່າວ/ບົດ​ອື່ນ