ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ
|
(vovworld) - ກອງປະຊຸມເສດຖະກິດການຕ່າງປະເທດປີ 2016 (Vietnam Summit 2016, ໂດຍກະຊວງການຕ່າງປະເທດ ຫວຽດນາມ ແລະ ວາລະສານ The Economist (ອັງກິດ) ສົມທົບກັນຈັດຕັ້ງດ້ວຍຫົວຂໍ້ວ່າ “ເດີນເຮືອອອກສູ່ທະເລຢ່າງສະດວກສະບາຍ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3/11, ຢູ່ນະຄອນ ໂຮ່ຈີມິນ. ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນກອງປະຊຸມ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ກອງປະຊຸມເສດຖະກິດພົວພັນຕ່າງປະເທດປີ 2016 ດຶງດູດການເຂົ້າຮ່ວມຂອງວິສາຫະກິດສາກົນ ແລະ ພາກພື້ນເປັນຈຳນວນຫຼວງຫຼາຍ. ກອງປະຊຸມປີນີ້ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ສົ່ງສານເຖິງປະຊາຄົມວິສາຫະກິດສາກົນກ່ຽວກັບຄວາມຕັດສິນໃຈຂອງ ຫວຽດນາມ ໃນການປ່ຽນໃໝ່ປະເທດຊາດຢ່າງຮອບດ້ານ, ຍູ້ໄວການສ້າງໂຄງປະກອບເສດຖະກິດ ແລະ ຫັນປ່ຽນຮູບແບບການເຕີບໂຕໃນໄລຍະແຕ່ນີ້ຮອດປີ 2020. ຄຽງຄູ່ກັນນັ້ນ, ກອງປະຊຸມກໍ່ແມ່ນໂອກາດເພື່ອໂຄສະນາພາບພົດປະເທດຊາດ, ປະຊາຊົນ, ຄວາມສາມາດບົ່ມຊ້ອນ, ແງ່ຫວັງການພັດທະນາ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ເຖິງປະຊາຄົມວິສາຫະກິດສາກົນ, ພິເສດແມ່ນເມື່ອ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງ. ເລື່ອງ ຫວຽດນາມ ແມ່ນບ່ອນພົວພັນຂອງບັນດາເສດຖະກິດພາກພື້ນຄືປະຊາຄົມເສດຖະກິດ ອາຊຽນ, ສັນຍາຄູ່ຮ່ວມມືຂ້າມປາຊີຟິກ ແລະ ສັນຍາການຄ້າເສລີ (FTA) ກັບສະຫະພາບເອີລົບ, ພັນທະມິດເສດຖະກິດ ອາຊີ - ເອີລົບ… ຄາດວ່າ, ຮອດປີ 2020, ເມື່ອສັນຍາການຄ້າເສລີ 16 ສະບັບຊຶ່ງ ຫວຽດນາມເຂົ້າຮ່ວມກ້າວເຂົ້າສູ່ຊີວິດຕົວຈິງ, ຫວຽດນາມ ຈະນອນໃນເຄືອຂ່າຍຮ່ວມສຳພັນເສດຖະກິດກ້ວາງໃຫຍ່ດ້ວຍ 59 ຄູ່ຮ່ວມມື, ໃນນັ້ນມີ 5 ປະເທດສະມາຊິກ ປະຈຳການສະພາຄວາມໝັ້ນຄົງ ສປຊ, 15/20 ປະເທດຂຶ້ນກັບກຸ່ມ ຈີ 20 ແລະ ຫຼາຍພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ. ນີ້ແມ່ນທ່າແຮງອັນໃຫຍ່ຫຼວງຂອງ ຫວຽດນາມ ຊຶ່ງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດພວມເອົາໃຈໃສ່ ແລະ ມີຄວາມຫວັງເພື່ອແນໃສ່ຍາດແຍ່ງຜົນປະໂຫຍດສູງສຸດເຊິ່ງສຳພັນທະມິດເສດຖະກິດນີ້ນຳມາໃຫ້.