(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 24/02 ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມແນະນຳວິທີດຳເນີນການສະເໜີຜູ້ອອກສະໝັກເລືອກຕັ້ງສຳລັບບັນດາອົງການສຳນັກງານ, ຫົວໜ່ວຍຢູ່ສູນກາງ. ທີ່ກອງປະຊຸມ, ທ່ານ ຫວູຈ້ອງກີມ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການຂັ້ນສູນກາງແນວໂຮມປະເທດຊາດ ຫວຽດນາມ ຊີ້ແຈ້ງວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງນີ້ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນປີ 2015.
ແລະກໍ່ໃນກອງປະຊຸມ, ທ່ານ ຫງວຽນວັນຟາ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ເລື່ອງສະເໜີຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຂອງບັນດາອົງການສຳນັກງານ, ຫົວໜ່ວຍແມ່ນດຳເນີນແຕ່ວັນທີ 24/02 – 10/03/2016. ໂດຍອີງໃສ່ໝາກຜົນຂອງບັນດາກອງປະຊຸມເປີດກ້ວາງ, ອົງການສຳນັກງານ, ຫົວໜ່ວຍມີຄວາມຮັບຜິດຊອບແນະນຳໃຫ້ພະນັກງານຂອງອົງການສຳນັກງານ, ຫົວໜ່ວຍຂອງຕົນທີ່ໄດ້ຮັບການເລືອກເຟັ້ນ, ສະເໜີອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ເຮັດສຳເນົາອອກສະໝັກເລືອກຕັ້ງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແລະ ຄຳແນະນຳຂອງສະພາເລືອກຕັ້ງແຫ່ງຊາດ.