ກອງ​ປະ​ຊຸມ​ແລກ​ປ່ຽນ​ຜ່ານ​ເຄືອ​ຂ່າຍ​ອີນ​ເ​ຕີ​ແນດ ກ່​ຽວ​ກັ​ບວ​ຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢູ່​ຕ່າງ​ປະ​ເທດ 2019

(VOVWORLD) -ຕອນບ່າຍວັນທີ 9 ມີນາຢູ່ຮ່າໂນ້ຍ, ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດໄດ້ຈັດກອງປະຊຸມຜ່ານເຄືອຂ່າຍອີນເຕີແນດທົ່ວປະເທດ ກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດແນໃສ່ສະຫຼຸບວຽກງານບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດ ໃນປີ2019 ປຶກສາຫາລືທິດທາງ ການເຄື່ອນໄຫວ ໃນປີ 2020. 
ກອງ​ປະ​ຊຸມ​ແລກ​ປ່ຽນ​ຜ່ານ​ເຄືອ​ຂ່າຍ​ອີນ​ເ​ຕີ​ແນດ ກ່​ຽວ​ກັ​ບວ​ຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢູ່​ຕ່າງ​ປະ​ເທດ 2019 - ảnh 1ກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດ ກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ 2019 (ພາບ: TTXVN) 

ທ່ານບຸນແທັງເຊີນຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດໄດ້ເປັນປະທານກອງປະຊຸມ. ປີ 2019 ຫວຽດນາມມີຫຼາຍກ່ວາ 500 ອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນ. ມູນຄ່າການຊ່ວຍເຫຼືອ, ການປ່ອຍເງິນຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດບັນລຸກ່ວາ 262 ລ້ານ USD, ໃນນັ້ນສະທາລະນະສຸກແມ່ນຂົງເຂດໄດ້ຮັບການຊ່ວຍເຫຼືອຫຼາຍກ່ວາໝູ່.

ໃນປີ 2020ຄະນະກຳມະການດັ່ງກ່າວ, ສືບຕໍ່ປະຕິບັດວຽກງານຄຸ້ມຄອງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານເປັນຢ່າງດີ, ຍູ້ແຮງວຽກງານແບ່ງປັນຂໍ້ມູນຂ່າວສານ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການປະສານງານ; ກໍ່ສ້າງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດປະຊາຊົນ; ຫັນແຫຼ່ງເງິນຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດເປັນຫຼາຍຮູບຫຼາບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ