ກອງປະຊຸມໂຕະມົນ ກ່ຽວກັບການລົງທຶນ, ການຄ້າອິນເດຍ-ຫວຽດນາມ

ກອງປະຊຸມໂຕະມົນ ກ່ຽວກັບການລົງທຶນ, ການຄ້າອິນເດຍ-ຫວຽດນາມ - ảnh 1

(ພາບ:citinews.net)

(vovworld)- ວັນ​ທີ 26/6, ​ໄດ້​ຈັດ​ໃຫ້​ມີກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ການ​ລົງທຶນ, ການ​ຄ້າ​ອິນ​ເດຍ-ຫວຽດນາມ ຢູ່​ນະຄອນ​ໂຮ່ຈິ​ມິນ. ຕາມ​ກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ ​ແລ້ວ, ປະຈຸ​ບັນ, ອິນ​ເດຍ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຈຳນວນ 10 ຄູ່​ຄ້າ​ລາຍ​ໃຫ່ຍກ່ວາ​ໝູ່​ຂອງ​ຫວຽດນາມ. ການ​ແລກປ່ຽນ​ການ​ຄ້າ​ສອງ​ສົ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ. ສະ​ເພາະ​ໃນ 5 ​ເດືອນ​ຕົ້ນປີ 2013, ວົງ​ເງິນການ​ຄ້າ​ສອງ​ສົ້ນບັນລຸ​ກ່ວາ 2,2 ຕື້​ໂດ​ລາ​ສະຫະລັດ, ຫວຽດນາມ ສົ່ງ​ອອກ​ບັນລຸ​ກ່ວາ 1 ຕື້​ໂດ​ລາ​ສະຫະລັດ. ​ໄລ່​ຮອດ​ເດືອນ 4/2013, ອິນ​ເດຍມີ​ກ່ວາ 70 ​ໂຄງການ​ຢູ່​ຫວຽນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ປະມານ 250 ລ້ານ​ໂດ​ລາ​ສະຫະລັດ. ສັນຍາ​ການ​ຄ້າ​ສິນຄ້າ​ອາ​ຊຽນ-ອິນ​ເດຍ ​ໄດ້​ຮັບ​ການ​ລົງ​ນາມ​ແລ​້ວຈະ​ສ້າງ​ບັນດາ​ກຳລັງ​ໜູນ​ໃໝ່, ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ-​ອິນ​ເດຍ.

ຂ່າວ/ບົດ​ອື່ນ