ກອງປະຊຸມໂຕະມົນ “ບົດບາດຂອງບັນດາພັກການເມືອງໃນການພັດທະນາການພົວພັນລະຫວ່າງ ລັດເຊຍ ແລະ ບັນດາປະເທດ ອາຊຽນ”

(VOVWORLD) - ກອງປະຊຸມຄັດຄ້ານຢ່າງແຮງຕໍ່ການແຊກແຊງຈາກພາຍນອກເຂົ້າວຽກງານພາຍໃນຂອງປະເທດຕ່າງໆ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ສະເໜີບົດທາບທາມຄວາມເຫັນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາເນື້ອໃນຂອງກອງປະຊຸມ

ວັນທີ 7 ຫາວັນທີ 10 ທັນວາ 2017, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຕ໋ວນຟອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມໂຕະມົນດ້ວຍຫົວຂໍ້ “ບົດບາດຂອງບັນດາພັກການເມືອງ ໃນການພັດທະນາການພົວພັນລະຫວ່າງ ສະຫະພັນລັດເຊຍ ແລະ ບັນດາປະເທດ ອາຊຽນ” ໂດຍພັກປະເທດ ລັດເຊຍ ເອກະພາບ ເປັນເຈົ້າພາບຈັດຕັ້ງ ຢູ່ສະຫະພັນລັດເຊຍ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບຫົວຂໍ້: ການເຈລະຈາລະຫວ່າງບັນດາພັກການເມືອງ ດ້ວຍຖານະແມ່ນໜຶ່ງໃນບັນດາກົນໄກພັດທະນາການພົວພັນລະຫວ່າງ ລັດເຊຍ ແລະ ບັນດາປະເທດ ອາຊຽນ, ບົດບາດຂອງບັນດາພັກການເມືອງໃນການພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການປົກປັກຮັກສາອະທິປະໄຕແຫ່ງຊາດ, ສະກັດກັ້ນການແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ ທີ່ມີອະທິປະໄຕ. ຢັ້ງຢືນຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕຂອງບັນດາປະເທດແມ່ນສັກກະລະບູຊາ, ກອງປະຊຸມຄັດຄ້ານຢ່າງແຮງຕໍ່ການແຊກແຊງຈາກພາຍນອກເຂົ້າວຽກງານພາຍໃນຂອງປະເທດຕ່າງໆ. ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ສະເໜີບົດທາບທາມຄວາມເຫັນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາເນື້ອໃນຂອງກອງປະຊຸມ, ສຳພັດກັບບັນດາພັກການເມືອງທີ່ເຂົ້າຮ່ວມກອງປະຊຸມ ແລະ ມີການເຮັດວຽກສະເພາະກັບການນຳ ພັກປະເທດ ລັດເຊຍ ເອກະພາບ, ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີມິດຕະພາບລະຫວ່າງ 2 ພັກ ແລະ 2 ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ