ກອງປະຊຸມໂຕະມົນບັນດາການນຳທີ່ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”

(VOVWORLD) - ຕອນເຊົ້າວັນທີ 27 ເມສາ, ທີ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປະຊຸມທີ 1 ກອງປະຊຸມໂຕະມົນບັນດາການນຳທີ່ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2.

ກອງປະຊຸມໂຕະມົນບັນດາການນຳທີ່ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” - ảnh 1 ກອງປະຊຸມໂຕະມົນ (ພາບ: TTXVN)

ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເປັນປະທານວາລະປະຊຸມດັ່ງກ່າວ ດ້ວຍຫົວຂໍ້ວ່າ: “ຊຸກຍູ້ການເຊື່ອມຕໍ່ ເພື່ອຊອກຫາບັນດາກຳລັງໜູນການເຕີບໂຕໃໝ່”. ນະທີ່ນີ້, ບັນດາການນຳໂລກໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນຂອບເຂດຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຢ່າງເລິກເຊິ່ງກ້ວາງຂວາງກ່ວາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ຈີນ ສີຈິ້ງຜິງ ເນັ້ນໜັກວ່າ ຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ແມ່ນສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ຍູ້ໄວການຮ່ວມມື ແລະ ການຜະລິດສະຫລາດໃນບັນດາຂົງເຂດທີ່ເປັນບານພັບຂອງພື້ນຖານເສດຖະກິດດີຈີຕອນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ຄວາມຮັບຜິດຊອບຂອງແຕ່ລະປະເທດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທ່າແຮງເປັນຢ່າງດີ ພ້ອມກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງແມ່ນພື້ນຖານໃຫ້ການຮ່ວມມືປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ: ຫວຽດນາມ ພວມສຸມໃສ່ພັດທະນາເສດຖະກິດສັງຄົມພາຍໃນປະເທດ, ພ້ອມທັງຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ໃນນັ້ນ ມີການຮ່ວມມືກັບຂໍ້ລິເລີ່ມ BRI; ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

        ແລະໃນຕອນຕ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອອກຈາກນະຄອນຫລວງ ປັກກິ່ງ, ສິ້ນສຸດການເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ