ກອງປະຊຸມໃຫຍ່ IPU 132 ສຳເລັດຜົນ ດ້ວຍເລື່ອງອອກຖະແຫຼງການຮ່າໂນ້ຍ

ກອງປະຊຸມໃຫຍ່ IPU 132 ສຳເລັດຜົນ ດ້ວຍເລື່ອງອອກຖະແຫຼງການຮ່າໂນ້ຍ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
(ພາບປະກອບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 1/4, ກອງ​ປະຊຸມ​ໃຫຍ່ IPU 132 ​ໄດ້​ອັດ​ລົງ ​ແລະ ອອກ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ. ​ໃນ​ນັ້ນ​ຢືນຢັນ​ຄືນ​ວິ​ໄສ​ທັດ​ຂອງ IPU ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຖື​ປະຊາຊົນ​ເປັນ​ໃຈກາງ, ອີງ​​ໃສ່​ການ​ປະຕິບັດ​ສິດ​ທັງ​ໝົດ​ຂອງ​ມະນຸດ, ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາມທຸກ​ຍາກ​ພາຍ​ໃຕ້​ທຸກ​ຮູບ​ການ ​ແລະ ມອບ​ສິດ​ໃຫ້​ແຕ່​ລະບຸ​ກຄົນ.

ຖະ​ແຫຼ​ງການ​ຮ່າ​ໂນ້ຍ ກໍ່​ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ປະ​ເທດ​ຕ່າງໆ. ຖະ​ແຫຼ​ງການ​ຮ່າ​ໂນ້ຍ ຊີ້​ແຈ້ງວ່າ: ​ໂດຍ​ແມ່ນ​ຕົວ​ແທນຂອງ​ປະຊາຊົນ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດ ​ແລະ ຄວາມ​ວັດທະນາ​ຖາວອນ​ລວມ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະກາດ​ໃຊ້​ບັນດາ​ມາດຕາ​ກ່ຽວ​ກັບ​ງົບປະມານ ​ແລະ ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ແຜນການ​ພັດທະນາ​ແຫ່ງ​ຊາດ, ກຳນົດ​ບັນດາ​ຄາດໝາຍ ​ແລະ ຕົວ​ເລກ​ຄາດໝາຍ​ນຳ​ໃຊ້​ກໍ່​ຄື​ມາດ​ຕະການ​ສະໜອງ​ແຫຼ່ງການ​ເງິນ. ​ແຕ່ລະ​ປີ​ບັນດາ​ລັດຖະບານ​ຕ້ອງ​ລາຍ​ງານ​ຕໍ່​ລັດຖະສະພາ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ແຫ່ງ​ຊາດ. ລັດຖະສະພາ​, ຮັບ​ເອົາ​ຄຳ​ເຫັນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະຈຳ ​ເພື່ອ​ຕີ​ລາຄາ​ວິວັດ​ການ​ຜັນ​ຂະຫຍາຍຕົວ​ຈິງ. ພວກ​ເຮົາ​ສະ​ເໜີ​ສານຈຸດ​ສຸມ​ຂອງ ຖະ​ແຫຼ​ງການ​ຮ່າ​ໂນ້ຍ ພ້ອມ​ກັບ​ແຈ້ງ​ການ Quito ກ່ອນ​ນີ້, ຈະ​ໄດ້​ຮັບ​ການ​ສ່ອງ​ແສງ​ໃນ​ຜົນງານ​ຂອງ​ກອງ​ປະຊຸມ​ໂລກ​ຄັ້ງ​ທີ 4 ປະທານ​ບັນດາ​ລັດຖະສະພາ​ໂລກ, ຜ່ານ​ນັ້ນ​ສະໜອງ​ເນື້ອ​ໃນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ເດືອນ 9.

ກ່າວ​ຄວາມ​ເຫັນ​ອັດ​ກອງ​ປະຊຸມ​ໃຫຍ່ IPU 132, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ໝາກຜົນ​ຂອງ IPU 132 ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ລວມຂອງ​ລັດຖະສະພາ​ປະ​ເທດ​ຕ່າງໆ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ​ເພີ່ມ​ທະວີ​ນຳ້​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາ​ຊາດ, ລະຫວ່າງ​ລັດຖະສະພາ ​ແລະ ຊຸກຍູ້​ບາດກ້າວ​ພັດທະນາ​ໃໝ່​ຂອງ​ປະຊາ​ຄົມ​ສາກົນ​ໄລຍະ​ຫຼັງ​ປີ 2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ, ​ເນັ້ນ​ໜັກ​ວ່າ:

ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ທີ່​ສຸດ​ເມື່ອ​ຮັບ​ຟັງ​ທ່ານ​ປະທານ IPU ​ແລະ​ບັນດາ​ຜູ້​ແທນ​ລະດົມ​ກຳລັງ​ໃຈ​ພວກ​ຂ້າພະ​ເຈົ້າ, ສະ​ແດງ​ຄວາມ​ສາມັກຄີ​ກັບ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ. ຕາງໜ້າ​ປະ​ເທດ​ເຈົ້າພາບ, ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເຖິງ​ຄະນະ​ນຳ IPU, ບັນດາ​ແຂກ​ຜູ້​ມີ​ກຽດ… ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ IPU​ ຄັ້ງ​ນີ້. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ IPU 132, ຕາງໜ້າ​ປະຊາຊົນ​ຫວຽດນາມ ສະ​ແດງ​ຄວາມ​ສາມັກຄີ, ການ​ຮ່ວມ​ມື, ມິດຕະພາບ​ຂອງ​ຫວຽດນາມ, ຂອງ  IPU 132 ​ເຖິງ​ສະມາຊິກ​ລັດຖະສະພາ​ທັງ​ໝົດ, ​​ແລະ ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ“.

ຂ່າວ/ບົດ​ອື່ນ