ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດ

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດໜຸ່ມຫວຽດນາມທົ່ວປະເທດ - ảnh 1

ມີ​ນັກທຸລະກິດ​ໜຸ່ມ 600 ກວ່າ​ຄົນ​ທີ່​ຕ່າງ​ໜ້າ​ໃຫ້​​ແກ່ນັກທຸລະກິດ ກວ່າ 9.000 ຄົນ​ໃນ​ທົ່ວ​ປະ​ເທດ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ​ທົ່ວ​ປະ​ເທດ​ຄັ້ງ​ທີ 4 ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຢັ້ງຢືນ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ກຳລັງ​ນັກທຸລະກິດ​ໜຸ່ມ​ໃນ​ການພັດທະນາ​ເສດຖະກິດ, ສັງຄົມ ​ແລະ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ນັກທຸລະກິດ​ໜຸ່ມ​ຕ້ອງ​ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ມີ​ຈິນຕະນາການ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ຮູ້​ຂຸດ​ຄົ້ນ​ຕະຫຼາດ​ໃໝ່, ສ້າງ​ກຳລັງ​ຄວາມ​ແກ່ງ​ແຍ້​ງສູງ​ໃນ​ຕະຫຼາດ. ສະມາຄົມ​ນັກທຸລະກິດ​ໜຸ່ມ​ຄວນ​ສູ້​ຊົນ​ເພື່ອກາຍ​ເປັນ​​ແຫ່ງ​ທີ່​ເຕົ້າ​ໂຮມ​ນັກທຸລະກິດ​ໜຸ່ມ, ຫັນ​ຮູບ​ການ​ສາມັກຄີ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ນຳ​ໜ້າ​ໃນ​ແນວ​ຮົບ​ທາງ​ດ້ານ​ເສດຖະກິດ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

”ພ້ອມ​ກັບ​ຂະ​ບວນການ​ພັດທະນາ​ປະ​ເທດ​ຊາດ, ພວກ​ເຮົາ​ໄດ້​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ກະ​ໂດດ​ຂັ້ນ​ຂອງ​ນັກທຸລະກິດ, ພິ​ເສດ​ແມ່ນ​ນັກທຸລະກິດ​ໜຸ່ມ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ ​ໄດ້​ມີ​ການ​ກະທຳ​ຢ່າງ​ແທດ​ຈິງ, ຍົກ​ສູງ​ຈິດ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ກ້າ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ, ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຊອບ​ທຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ”.

ໃນ​ອາຍຸ​ການ​ຜ່ານ​ມາ, ວຽກ​ງານ​ສະມາຄົມ ​ແລະ​ຂະ​ບວນການ​ນັກທຸລະກິດ​ໜຸ່ມ​ຫວຽດນາມ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ນັບ​ທັງ​ດ້ານ​ຈຳນວນ​ ແລະ​ ຄຸນ​ນະພາ​ບ. ທົ່ວ​ປະ​ເທດ​ມີ 66 ສະມາຄົມ​ນັກທຸລະກິດ​ໜຸ່ມ, ດ້ວຍ​ສະມາຊິກ​ເກືອບ 9.000 ຄົນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້​ກວ່າ 1,5 ລ້ານ​ຄົນ, ຍອດ​ລາຍ​ຮັບ​ໃນ​ແຕ່ລະ​ປີ​ບັນລຸ 25 ຕຶ້ USD.
ຂ່າວ/ບົດ​ອື່ນ