ກອງປະຊຸມໃຫຍ່IPU-132ແມ່ນໂອກາດ ເພື່ອໂຄສະນາຜົນງານຂອງນະຄອນຫຼວງແລະປະເທດຊາດ

ກອງປະຊຸມໃຫຍ່IPU-132ແມ່ນໂອກາດ ເພື່ອໂຄສະນາຜົນງານຂອງນະຄອນຫຼວງແລະປະເທດຊາດ - ảnh 1
ກອງ​ປະ​ຊຸມ​ກັບ​ສື່ມວນ​ຊົນ ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ​ ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽ​ມ​ຈັດ​ຕັ້ງ​ ​IPU 132
(ພາບ: Bích Thảo)

 (vovworld) – ​​​ຕອນ​ບ່າຍ​ວັນ​ທີ 17/3, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ກັບ​ສື່ມວນ​ຊົນ ເພື່ອ​ສະ​ໜອງ​ຂໍ້​ມູນ​ຂ່າວ​ ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽ​ມ​ຈັດ​ຕັ້ງ​ ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132 (IPU 132) ຈະ​ ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ​ໃນ​ລະ​ຫວ່າງວັນ​ທີ 28/3 – 1/4/2015. ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ແລ້ວ, ນີ້​ແມ່ນ​ເຫດ​ການ​​ລະ​ດັບ​ສາ​ກົນ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ແມ່ນ​ຄວາມ​ເປັນ​ກຽດ, ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ນະ​ຄອນແນະ​ນຳ, ໂຄ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບ​ຜົນ​ງານ​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ແມ່ນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທີ່​ດູດ​ດື​ມ​ສຳ​ລັບ​ເພື່ອນ​ມິດ​ສາ​ກົນ. ຮ່າ​ໂນ້ຍ ຈະ​ສ້າງ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ ເພື່ອ​ໃຫ້​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ໂອ​ກາດ​ເຫັນ​ປະ​ຈັກ​ຕາ​​ຄວາມ​ງາມຂອງ​ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ, ຊາວ ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນຫຼ​ວງ ຮ່າ​ໂນ້ຍ ​ແຫ່ງອະ​ລິ​ຍະ​ທຳ​ນັບ​ພັນ​ປີ​ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ