ທ່ານຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ
ພາບ: vietnamnet.vn
|
(vovworld)- ຕອນບ່າຍວັນທີ 22/12 ຢູ່ ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງ ໄດ້ຈັດຕັ້ງການປະກາດກ່ຽວກັບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ມາຍັງຄະນະທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ຫວຽດນາມ. ຢູ່ທີ່ນີ້ ທ່ານຮ່ວາງບີງກວນ, ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຈະດຳເນີນແຕ່ວັນທີ 20 -28/1/2016 ຢູ່ ນະຄອນຫລວງ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນກວ່າ 1.500 ຄົນ, ຕາງຫນ້າໃຫ້ສະມາຊິກພັກກວ່າ 4,5 ລ້ານຄົນ.