(vovworld) - ສະມາຄົມປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ຫວຽດນາມ ແມ່ນສະມາຊິກທີສຳຄັນປະກອບສ່ວນປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຢືນຢັນສິ່ງດັ່ງກາວທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ອາຍຸການ 2012 – 2017 ຂອງສະມາຄົມປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ໃນອາຍຸການໃໝ່, ສະມາຄົມຕ້ອງສືບຕໍ່ເປີດກວ້າງເຄືອຂ່າຍ ແລະ ພັດທະນາສະມາຊິກໃໝ່ຢູ່ບັນດາທ້ອງຖິ່ນຕື່ມອີກ; ປັບປຸງອົງການຈັດຕັ້ງ, ເປັນເຈົ້າການສົມທົບກັບບັນດາອົງການ, ຫົວໜ່ວຍ, ອົງການຈັດຕັ້ງສ່ວນບຸກຕົນຢູ່ພາຍໃນ ແລະ ຕ່າງປະເທດຢ່າງແໜ້ນແຟ້ນ ເພື່ອປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ. ຄຽງຂ້າງນັ້ນ, ບັນດາທ້ອງຖິ່ນຄວນເອົາໃຈໃສ່ ແລະ ມີສະຕິຮັບຮູ້ຢ່າງຄົບຖ້ວນເພື່ອຊີ້ນຳວຽກງານປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ໃຫ້ບັນລຸປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາຜູ້ແທນສຸມໃສ່ແລກປ່ຽນ ແລະ ວາງອອກທິດທາງທີ່ເໝາະສົມໃນອາຍຸການຈະມາເຖິງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ຢູ່ຫວຽດນາມ ຢ່າງຕັ້ງໜ້າ. ບັນດາຜູ້ແທນໄດ້ເຫັນດີເລືອກຕັ້ງທ່ານນາງຮອງສາດາະດາຈານ, ປະລິຍາເອກ Tran Thi Trung Chien ສືບຕໍ່ດຳລົງຕຳແໜ່ງປະທານສະມາຄົມປ້ອງກັນ ແລະ ຕ້ານເຊື້ອ HIV/AIDS ຫວຽດນາມ ອາຍຸການ 2012 – 2017.