ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ເປັນແບບຢ່າງ” ຄັ້ງທີ 3

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ເປັນແບບຢ່າງ” ຄັ້ງທີ 3 - ảnh 1
(ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ “ຜູ້ອາຍຸ​ສູງ - ​ເປັນ​ແບບຢ່າງ” ຄັ້ງ​ທີ 3)

​(vovworld) – ຕອນ​ເຊົ້າ​ວັນ​ທີ 05/05, ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​​ແຂ່ງຂັນ​ຮັກ​ຊາດ “ຜູ້ອາຍຸ​ສູງ - ​ເປັນ​ແບບຢ່າງ” ຄັ້ງ​ທີ 3 ​ແລະ ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ຈະ​ສຸມ​ໃສ່​ຕອບ​ສະ​ໜອງການ​ເບິ່ງ​ແຍງ ​ແລະ ​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ຜູ້​ອາຍຸ​ສູງ. ສະມາຄົມ​ຈະ​ປະຕິບັດ​ແຜນ​ຮ່າງ “ເດືອນ​ເຄື່ອນ​ໄຫວ​ເພື່ອ​ຜູ້​ອາຍຸ​ສູງ”. ພິ​ເສດ​ຈະ​ມີ​ລາຍ​ການຜູ້​ອາຍຸ​ສູງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ວັນ​ທີ 05/06 ຢູ່ ກົນ​ດາວ.

        ​ເນື່ອງ​​ໃນ​ໂອກາດ​ນີ້, ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ​ໄດ້​ເປັນ​ກຽດ​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ.

ຂ່າວ/ບົດ​ອື່ນ