ກອງປະຊຸມໃຫຍ່ແຂ່ງຂັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຄັ້ງທີ3

ກອງປະຊຸມໃຫຍ່ແຂ່ງຂັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຄັ້ງທີ3 - ảnh 1
ທ່ານ​ນາງ ເຈືອງ​ທິ​ມາຍ ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)- ວັນ​ທີ 13/7, ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ເພື່ອຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ ຖືກ​ໄຂ​ຂຶ້ນ​ຢ່າ​ງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂ​ວາຍ​ປະ​ຊາ​ຊົນ​ສູນ​ກາງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສະ​ມາ​ຄົມ​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ, ພະ​ນັກ​ງ​ານ​ສະ​ມາ​ຄົມ​ທຸກ​ຂັ້ນ​ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ຍົກ​ສູງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ, ຄວາມ​ສາ​ມັກ​ຄີ, ຄວາມ​ຮັກ​ແພງ, ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຊ່ວ​ຍ​ເຫຼືອ​ກັນ ແລະ ເບິ່ງ​ແຍງ​ດູ​ແລ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊິນ. ທ່ານ​ນາງ ເຈືອງ​ທິ​ມາຍ ສະ​ເໜ​ີ​ວ່າ:

        “ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽ​ວ​ຂ້ອງ​ສົມ​ທົບ​ກັບ​ສະ​ມາ​ຄົມ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ ຫວຽດ​ນາມ ສຳຫຼວດ, ຕີ​ລາ​ຄາ​ດ້ານ​ເນື້ອ​ແທ້​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ລະ​ບອບ​ນະ​ໂຍ​ບາຍ​ສຳ​ລັບ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ, ບົນ​ພື້ນ​ຖານນັ້ນ​ສະ​ເໜີ​ປ່ຽນ​ໃໝ່, ເພີ່ມ​ເຕີມ, ປັບ​ປຸງ​ນະ​ໂຍ​ບາຍ​ສຳ​ລັບ​ບັນ​ດາ ຜູ້​ເຄື່ອນ​ໄຫວ​ຕໍ່​ຕ້ານ​ຖືກ​ຕິດ​ທາດ​ພິດ​ເຄ​ມີ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ ຮັບ​ປະ​ກັນ​ໃຫ້​ມ​ີ​ຄວາມ​ຖືກ​ຕ້ອງ. ກໍ່​ສ້າງ​ສ​ະ​ມາ​ຄົມ​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ ຫວຽດ​ນາມ ທ​ຸກ​ຂັ້ນ​ໝັ້ນ​ຄົງ​ເຂັ້ມ​ແຂງ, ກາຍ​ເປັນ​ບ່ອນ​ອີງ​ຢ່າງ​ໜັ​ກ​ແໜ້ນ, ເປັນ​ຕົວ​ແທນ​ໃຫ້​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຕາມກ​ົດ​ໝາຍ​ໃຫ້​ແກ່​ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາ​ດ​ພິ​ດ​ສີ​ສົ້ມ/ດີ​ໂອ​ຊີນ”

 


ຂ່າວ/ບົດ​ອື່ນ