ກະກຽມສະແດງບົດລະຄອນດົນຕີທີ່ມີຊື່ສຽງ“La Bohème”ຢູ່ຫວຽດນາມ

ກະກຽມສະແດງບົດລະຄອນດົນຕີທີ່ມີຊື່ສຽງ“La Bohème”ຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) –  ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໃນ​ວັນ​ທີ 3/4, ​ໂດຍ​​ໃຫ້​ຮູ້​ວ່າ: ລາຍການ​​ດົນຕີ​ປະສານ​ສຽງ Hennessy ຄັ້ງ​ທີ 20 ປີ​ນີ້ ຈະ​ແນະນຳ​ເຖິງ​ມະຫາຊົນ​ບົດ​ລະຄອນ​ດົນຕີທີ່​ມີ​ຊື່​ສຽງຂອງ​ໂລກ “La Bohème”. ລາຍການ​ຈະ​ຈັດ​ຂຶ້ນ​ໃນຕອນ​ຄຳ່​ວັນ​ທີ  10/4, ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ. ຄະນະ​ນັກ​ສິລະ​ປິນຂອງ ​ໂຮງ​ລະຄອນ ອົດ​ສະ​ຕາ​ລີ ຈະ​ນຳ​ມາ​ໃຫ້​ຜູ້​ຊົມ ຫວຽດນາມ ລາຍການສິລະປະ​ສຸດ​ຍອດ. ຄະນະ​ຈັດ​ຕັ້ງ​ຈະ​ຖ່າຍທອດລາຍການນີ້ຜ່ານໜ້າ​ຈໍຂະໜາດ​ໃຫຍ່​ຢູ່​ສະໜາມ​ຫຼວງ ​ແກກ​ມ້າງ​ທ໋າງຕ໋າມ (ການ​ປະຕິວັດ​​ເດືອນ ສິງຫາ), ​ເພື່ອ​ໃຫ້​ຜູ້​ນິຍົມດົນຕີຮັບ​ຊົມ​​ລະຄອນ​ດົນຕີ​ນີ້.

        ດ້ວຍ​ຄວາມ​ຫວັງຢາກ​ຊຸກຍູ້​ດົນຕີ​ຄຼເສສິກ​ຢູ່ ຫວຽດນາມ, ​ໃນ​ຫຼາຍ​ປີ​ຜ່ານ​ມາ, ລາຍການ​ສະ​ແດງ​ລະຄອນດົນຕີ Hennessy ໄດ້ນຳ​ມາ​ໃຫ້​ມະຫາ​ຊົນ ຫວຽດນາມ ກາ​ລະ​ໂອກາດໄດ້​ຮັບ​ຊົມ​ບັນດາ​ບົດ​ລະຄອນ​ດົນຕີ​ຂອງ​ນັກ​ປະ​ພັນ​ດົນຕີ​ທີ່​ມີ​ຄວາມ​ປິ​ຊາ​ສາມາດ, ຜ່ານລາຍ​ການສະ​ແດງ​ຂອງ​ນັກ​ສິລະ​ປິນທີ່​ມີ​ຊື່​ສຽງ​ໃນ​ໂລກ.

 


ຂ່າວ/ບົດ​ອື່ນ