ກະຈາຍສຽງສົດເປີດສາກການເສັງທີ່ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV

(VOVWORLD) -ທີ່ງານມະໂຫລານຄັ້ງນີ້, ມີ 203 ຜົນງານຂອງ 86 ຫົວໜ່ວຍໃນປະທົ່ວປະເທດລອດເຂົ້າຮອບສຸດທ້າຍ.
ກະຈາຍສຽງສົດເປີດສາກການເສັງທີ່ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV - ảnh 1(ທີ່ງານມະໂຫລານຄັ້ງນີ້ມີ  86 ຫົວໜ່ວຍໃນປະທົ່ວປະເທດລອດເຂົ້າຮອບສຸດທ້າຍ)

ຕອນບ່າຍວັນທີ 01 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ໄຂຮອບເສັງກະຈາຍສຽງສົດ, ໃນຂອບເຂດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນມິນຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະຈັດຕັ້ງ ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XV, ໃຫ້ຮູ້ວ່າ ທີ່ງານມະໂຫລານຄັ້ງນີ້, ຮູບແບບກະຈາຍສຽງສົດໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງຈາກຫຼາຍຫົວໜ່ວຍ, ຍ້ອນນີ້ແມ່ນຮູບແບບຂອງການກະຈາຍສຽງທັນສະໄໝ ແລະ ບັນດາຫົວໜ່ວຍໄດ້ກະກຽມຢ່າງລະອຽດລະອໍ.

        ທີ່ງານມະໂຫລານຄັ້ງນີ້, ມີ 203 ຜົນງານຂອງ 86 ຫົວໜ່ວຍໃນປະທົ່ວປະເທດລອດເຂົ້າຮອບສຸດທ້າຍ. ໃນນັ້ນ, ພາກກະຈາຍສຽງສົດມີການເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍ 31 ຫົວໜ່ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ