ກະຊວງ, ຂະແໜງການ, ອົງການຕ່າງໆ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ

ກະຊວງ, ຂະແໜງການ, ອົງການຕ່າງໆ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 28/2, ມີ​ຫຼາຍ​ອົງການ, ຂະ​ແໜງ​ການ​ຢູ່​ນະຄອນ ​ຮ່າ​ໂນ້ຍ ​ແລະ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​​ກອງ​ປະຊຸມ, ການ​​​ໂອ້​ລົມ​ສົນທະນາ ຮັບ​ເອົາ​ຄຳ​ເຫັນ​ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

        ທີ່​ຮ່າ​ໂນ້ຍ, ​ໃນ​ການ​ໂອ້​ລົມ​ສົນທະນາ​​ຜ່ານ​ເຄືອ​ຂ່າວ​ອິນ​ເຕີ​ເນັດ ກັບ​ບັນດາ​ຊ່ຽວຊານ​ກະຊວງ​ຍຸຕິ​ທຳ, ​ໂດຍ​ປະຕູ​ຖານ​​ເອ​ເລັກ​ໂຕ​ນິກລັດ​ຖະບານ​ຈັດ​ຕັ້ງ​ຂຶ້ນ, ບັນດາ​ຜູ້​ແທນ​ໄດ້​ໄຈ້​ແຍກ​ເນື້ອ​ໃນ​ຮ່າງ​ລັດຖະທຳ​ມະນູນ ກໍ່​ຄື​ບັນດາ​ຈຸດ​ໃໝ່​ເພື່ອ​ໃຫ້​ປະຊາຊົນ​ສຳ​ພັດ​ຢ່າງ​ງ່າຍດາຍ​ກ່ວາ ​ແລະ ຈາກ​ນັ້ນ​ມີ​ຄຳ​ເຫັນ​ປະກອບ​ຢ່າງ​ຈະ​ແຈ້ງ​​ເພື່ອ​ຝາກ​ເຖິງຄະນະ​ກຳມະການຮຽບຮຽງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ​ເມື່ອ​ປຶກສາ​ຫາລື ກ່ຽວ​ກັບ​ເນື້ອ​ໃນ​ຄວບ​ຄຸມ​ສິດອຳນາ​ດ​​ເຊິ່ງ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ຢູ່​ມ​າດຕາ​ທີ 2 ຂອງ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເມື່ອ​ເວົ້າ​ເຖິງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຍັດ​ສັງຄົມ​ນິຍົມ, ບັນດາ​ຜູ້ຊ່ຽວຊານ​ຖື​ວ່າ: ​ເລື່ອງ​ກໍ​ສ້າງ​ລັດຖະທຳ​ມະນູນ ​ແມ່ນ​​ເຄື່ອງມື​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ປະຊາຊົນ​ຄວບ​ຄຸມສິດອຳນາດ​ຂອງ​ລັດ. ​ເພື່ອ​ໃຫ້​ເລື່ອງ​ຄວບ​ຄຸມ​ມີ​ປະສິດທິ​ຜົນ ​ວຽກ​ງານ​ນິຕິບັນ​ຍັດ, ປະຕິບັດ​ກົດໝາຍ, ຍຸດຕິ​ທຳ ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ລັດຖະທຳ​ມະນູນ.

        ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທີ່ສະຫງວນ​ໃຫ້​ຜູ້​ມີ​ຍົດ​ຖາ​ບັນດາສັກ, ຊົນ​ເຜົ່າ ​ແລະ ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ເຫຼື້ອມ​ໃສ, ​ເຊື່ອ​ຖື​ສະ​ສາ​ໜາ, ຫຼວງ​ພໍ່ ເຈີ​່ນ​ແທງ​ຈ້ວຽນ, ​ເລຂາທິການ​​ໃຫຍ່​ສະມາຄົມ​ຄິດ​ທະສາສະໜາ ຟຸກ​ເລີມ ​ຫວຽດນາມ, ​ໃຫ້​ຮູ້​ວ່າ​:

“ມາດຕາ​ 25 ຂອງ ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ໄດ້​ຕອບ​ສະໜອງ​ຄວາມ​ຈິງ​ໃນ​ປະຈຸ​ບັນ. ກ່ອນ​ນີ້ ​ແມ່ນ “ພົນລະ​ເມືອງ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ, ຄັ້ງ​ນີ້​ປັບປຸງວ່າ “ທຸກໆ​ຄົນ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສະ​ສາ​ໜາ” ​ສິ່ງ​ດັ່ງກ່າວ​ແມ່ນເໝາະ​ສົມ​ທີ່​ສຸດ. ຢູ່​ມາດຕາ 25 ມີ​ຕອນ​ຂຽນ​ວ່າ “ບໍ່​ມີ​ໃຜ​ມີ​ສິດ​ລະ​ເມີດ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສະ​ສາ​ໜາ”, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ປັບປຸງ​ວ່າ “ບໍ່​ມີ​ອົງການ​ໃດ ​ແລະ ບໍ່​ມີ​ໃຜ​ໄດ້​ລະ​ເມີດ​ສິດ​ເສລີ​​ໃນ​ການ​ເຫຼື້ອມ​ໃສ​ສະ​ສາ​ໜາ””


ກະຊວງ, ຂະແໜງການ, ອົງການຕ່າງໆ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ - ảnh 2
ຄະນະ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ ພົນ​ຕີ ຟ້າ​ມກິມດິ໋ງ, ​ເລຂາ​ຄະນະ​ບໍລິຫານຄະນະ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ, ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໃນ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງຜ່ານ​​ເຄືອ​ຂ່າຍ ອິນ​ເຕີ​ເນັດ. ທີ່​ກອງ​ປະຊຸມ, ບັນດາ​ສະຫາຍ​ເຂົ້າ​ຮ່ວມ​ໄດ້​ກ່າວ​ຄຳ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ຮັບຜິດ​ຊອບ, ພຸມ​ປັນຍາ. ຂ້າພະ​ເຈົ້າ​ຖື​ວ່າ: ບັນດາ​ເນື້ອ​ໃນ​ລ້ວນ​ແຕ່​ສາມາດ​ຮັບ​ເອົາ​ແລະ ​ເຕົ້າ​ໂຮມ ​ເພື່ອ​ສ່ອງ​ແສງ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ບົດບາດການ​ນຳພາ​ຂອງ​ພັກ, ຢັ້ງຢືນ​ບົດບາ​ດນຳພາ​ຂອງ​ພັກ​ຕໍ່​ລັດ, ສັງຄົມ ກໍ່​ຄື ຢັ້ງຢືນທີ່​ຕັ້ງ​ຫຼັກ​ແຫຼ່ງຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃນ​ພາລະກິດ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຮັກສາ​ຄວາມເປັຮລະບຽບຮຽບຮ້ອຍ​, ຄວາມສະຫງົບ​ປອດ​ໄພ​ໃນ​ສັງຄົມ”

ຂ່າວ/ບົດ​ອື່ນ