ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຽມ​ພ້ອມ​ແຜນ​ການ​ປົກ​ປ້ອງພົນ​ລະ​ເມືອງ ຫວຽດ​ນາມ ​ພວມອາ​ໄສ​ຢູ່ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ກະຊວງການຕ່າງປະເທດໄດ້ສະເໜີແນະ ພົນລະເມືອງ, ບັນດາຜູ້ພວມອາໄສຢູ່ນະຄອນທາງພາກໃຕ້ຂອງ ສະຫະພັນ ລັດເຊຍ ແລະ ນະຄອນຫຼວງມົດສະກູ ປະຕິບັດຕາມກົດໝາຍ ແລະ ການແນະນຳຂອງອຳນາດປົກຄອງທ້ອງຖິ່ນ.
ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຽມ​ພ້ອມ​ແຜນ​ການ​ປົກ​ປ້ອງພົນ​ລະ​ເມືອງ ຫວຽດ​ນາມ ​ພວມອາ​ໄສ​ຢູ່ ສະ​ຫະ​ພັນ ລັດ​ເຊຍ - ảnh 1ພາບປະກອບ: THX/TTXVN

ວັນທີ 24 ມິຖຸນາ, ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ ໃນຊຸມວັນມໍ່ໆມານີ້, ສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນ Rostov on Don ແລະ ບາງເຂດພາກໃຕ້ຂອງ ສະຫະພັນ ລັດເຊຍ ມີການຜັນແປທີ່ສັບສົນ. ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ມຳສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຕິດຕາມສະພາບການຢ່າງໃກ້ຊິດ, ກຽມພ້ອມບັນດາແຜນການປົກປ້ອງ, ໜູນຊ່ວຍພົນລະເມືອງ, ພິເສດແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ບັນດາເຂດດັ່ງກ່າວ.

ກະຊວງການຕ່າງປະເທດໄດ້ສະເໜີແນະ ພົນລະເມືອງ, ບັນດາຜູ້ພວມອາໄສຢູ່ນະຄອນທາງພາກໃຕ້ຂອງ ສະຫະພັນ ລັດເຊຍ ແລະ ນະຄອນຫຼວງມົດສະກູ ປະຕິບັດຕາມກົດໝາຍ ແລະ ການແນະນຳຂອງອຳນາດປົກຄອງທ້ອງຖິ່ນ, ຄວນຢູ່ໃນເຮືອນ, ຈຳກັດການເຂົ້າຮ່ວມບັນດາການເຄື່ອນໄຫວເຕົ້າໂຮມຫຼາຍຄົນ ແລະ  ການເດີນທາງຍາວໄກໃນເຂດດິນແດນປະເທດລັດເຊຍ. ໃນກໍລະນີຄວາມເຄັ່ງຕຶງເພີ່ມຂຶ້ນ, ຕ້ອງກະກຽມບັນດາແຜນການອົບພະຍົບເມື່ອຈຳເປັນ, ຮັກສາການຕິດຕໍພົວພັນເປັນປະຈຳ ກັບບັນດາສະມາຄົມຊາວຫວຽດນາມ ຢູ່ທ້ອງຖິ່ນ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ເພື່ອໄດ້ຮັບການໜູນຊ່ວຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ