ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກຳປູເຈຍເພີ່ມທະວີການຮ່ວມມື

(VOVWORLD) -ໃນລະຫວ່າງວັນທີ 22 – 24 ພະຈິກ, ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ.

ກະຊວງຕຳຫຼວດຫວຽດນາມ ແລະ ກະຊວງພາຍໃນກຳປູເຈຍເພີ່ມທະວີການຮ່ວມມື - ảnh 1 ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ Samdech Sar Kheng

(ພາບ: TTXVN)

ໃນການເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ Samdech Sar Kheng, ທ່ານຮອງລັດຖະມົນຕີ ບຸຍວັນນາມ ຢືນຢັນວ່າ, ກະຊວງຕຳຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ສືບຕໍ່ຊ່ວຍເຫຼືອ, ສົມທົບກັບກະຊວງພາຍໃນກຳປູເຈຍ ໃນວຽກງານຮັບປະກັນຄວາມໝັ້ນຄົງຂອງ 2 ປະເທດ, ບໍ່ປະໃຫ້ບັນດາກຳລັງທີ່ເປັນປໍລະປັກນຳໃຊ້ດິນແດນຂອງປະເທດນີ້ິ້ເພື່ອຕ້ານຄືນປະເທດອື່ນ, ສືບຕໍ່ຮ່ວມມືບຳລຸງສ້າງພະນັກງານ… ຢ່າງມີປະສິດທິຜົນ.

        ທີ່ການເຈລະຈາກັບທ່ານລັດຖະມົນຕີ Sok Phal ແລະ ທ່ານລັດຖະມົນຕີ Mao Chandara, 2 ຝ່າຍໄດ້ຕີລາຄາວ່າ ວຽກງານຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຜ່ານມາ ໄດ້ບັນລຸໝາກຜົນດີງາມຫຼາຍຢ່າງ, ປະກອບສ່ວນຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ