ກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ຮັບເອົາລົດກະຈາຍສຽງ - ໂທລະພາບເຄື່ອນທີ່ໂດຍ VOV ໜູນຊ່ວຍ

(VOVWORLD) -ວັນທີ 15 ສິງຫານີ້, ຢູ່ນະຄອນຫຼວງພະນົມເປັນ, ກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ຈັດພິທີມອບຮັບ ລົດກະຈາຍສຽງ -ໂທລະພາບເຄື່ອນທີ່ 2 ຄັນ ໂດຍວິທະຍຸກະຈາຍສຽງຫວຽດນາມ (VOV) ໜູນຊ່ວຍ
ກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ຮັບເອົາລົດກະຈາຍສຽງ - ໂທລະພາບເຄື່ອນທີ່ໂດຍ VOV ໜູນຊ່ວຍ - ảnh 1ທ່ານຮອງຜູ້ອຳນວຍການໃຫຍ່ VOV  ຫວູຫາຍກວາງ (ເບື້ອງຊ້າຍ)ໃນພິທີມອບເຄື່ອງຊ່ວຍເຫຼືອ

    ເຄື່ອງຊ່ວຍເຫຼືອໂດຍວິທະຍຸກະຈາຍສຽງ ຫວຽດນາມ ມອບໃຫ້ກະຊວງຖະແຫຼງຂ່າວ ກຳປູເຈຍຄັ້ງນີ້ ລວມມີລົດກະຈາຍສຽງເຄື່ອນທີ່ 1 ຄັນ ທີ່ສົ່ງສັນຍານສຽງຜ່ານດາວທຽມ ແລະ ອິນເຕີເນັດໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ; ລົດໂທລະພາບເຄື່ອນທີ່ 1 ຄັນທີ່ ສົ່ງສັນຍານພາບຜ່ານອິນເຕີເນັດໃຫ້ແກ່ໂທລະພາບແຫ່ງຊາດກໍາປູເຈຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງຜູ້ອຳນວຍການໃຫຍ່ VOV  ຫວູຫາຍກວາງ ໃຫ້ຮູ້ວ່າ:

      “ນີ້ແມ່ນລົດກະຈາຍສຽງແລະໂທລະພາບເຄື່ອນທີ່ສອງຄັນທີ່ມີເຕັກໂນໂລຢີທີ່ທັນສະໄຫມທີ່ສຸດໃນປະຈຸບັນ, ການນໍາໃຊ້ເຕັກໂນໂລຢີ IP, ແມ່ນສະດວກທີ່ສຸດ ເມື່ອ ສົ່ງສັນຍານຈາກລົດ ເຄື່ອນທີ່ມາຍັງສູນການສຽງ ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການພົວພັນລະຫວ່າງ VOV ກັບກະຊວງຖະແຫຼງຂ່າວ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Khieu Kanharith, ຕາງໜ້າລັດຖະບານ ກຳປູເຈຍ ໄດ້ມອບບັນດາຫຼຽນໄຊອັນສູງສົ່ງໂດຍພະມະຫາກະສັດ Norodom Sihamoni ມອບໃຫ້ແກ່ພະນັກງານ, ນັກວິສະວະກອນ ຈຳນວນໜຶ່ງຂອງ VOV, ແນໃສ່ຮັບຮູ້ບັນດາຜົນງານ ແລະ ການປະກອບສ່ວນພິເສດເຂົ້າໃນການຊ່ວຍເຫຼືອພັດທະນາປະເທດ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ