ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ ​ລະ​ດົມ ​ທະ​ຫານພິ​ທັກ​ແຫ່ງ​ຊາດ 6200 ຄົນ​ເພື່ອ​ໜູນຊ່ວຍ​ຕຳຫຼວດ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕາມເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມລິກາ ທ່ານໜຶ່ງ ແລ້ວ, ໜ້າທີ່ ຂອງກຳລັງນີ້ແມ່ນຊ່ວຍປ້ອງກັນ ສຳນັກງານສະພາແຫ່ງຊາດ ແລະ ເຂດອ້ອມຂ້າງ, ຈົນຮອດພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ Joe Biden ໃນວັນທີ 20 ມັງກອນ ຈະມາເຖິງ.
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ອາ​ເມ​ລິ​ກາ ​ລະ​ດົມ ​ທະ​ຫານພິ​ທັກ​ແຫ່ງ​ຊາດ 6200 ຄົນ​ເພື່ອ​ໜູນຊ່ວຍ​ຕຳຫຼວດ​ສະ​ພາ​ແຫ່ງ​ຊາດ - ảnh 1ການຈະລາຈົນຢູ່ບໍລິເວນສຳນັກງານສະພາແຫ່ງຊາດ ອາເມລິກາ (ພາບ: TTXVN)

ກະຊວງປ້ອງກັນປະເທດ ອາເມລິກາ ຫາກໍ່ລະດົມ ນາຍທະຫານ 6200 ຄົນ ສັງກັດກຳລັງພິທັກແຫ່ງຊາດ ຈາກ 6 ລັດ ຂຶ້ນກັບເຂດຕາເວັນອອກສ່ຽງເໜືອ ຢ່າງເປັນທາງການເພື່ອໜູນຊ່ວຍ ຕຳຫຼວດສະພາແຫ່ງຊາດ ພ້ອມກັບບັນດາອົງການປະຕິບັດກົດໝາຍແຫ່ງຕ່າງໆຢູ່ ວໍຊິງຕັນ, ພາຍຫຼັງເກີດເຫດຈະລາຈົນ ຢູ່ບໍລິເວນສຳນັກງານສະພາແຫ່ງຊາດເມື່ອວັນທີ 6 ມັງກອນ . ເວລາລະດົມອາດຈະແກ່ຍາວເຖິງ 30 ວັນ. ຕາມເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມລິກາ ທ່ານໜຶ່ງ ແລ້ວ, ໜ້າທີ່ ຂອງກຳລັງນີ້ແມ່ນຊ່ວຍປ້ອງກັນ ສຳນັກງານສະພາແຫ່ງຊາດ ແລະ ເຂດອ້ອມຂ້າງ, ຈົນຮອດພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ Joe Biden ໃນວັນທີ 20 ມັງກອນ ຈະມາເຖິງ. ບັນດາກຳລັງນີ້ຈະໄປຮອດວໍຊິງຕັນໃນ 2 – 3 ວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ