ກະຊວງອຸດສາຫະກຳ-ການຄ້າຫວຽດນາມມອບຫຼຽນກາທີ່ລະນຶກໃຫ້ແກ່ອະດີດເລຂາທິການໃຫຍ່ສູນອາຊຽນ-ສ.ເກົາຫຼີ

ກະຊວງອຸດສາຫະກຳ-ການຄ້າຫວຽດນາມມອບຫຼຽນກາທີ່ລະນຶກໃຫ້ແກ່ອະດີດເລຂາທິການໃຫຍ່ສູນອາຊຽນ-ສ.ເກົາຫຼີ - ảnh 1
ຜູ້ຕາງໜ້າສະຖານທູດ ຫວຽດນາມມ​ອບ ຫຼຽນ​ກາ​ທີ່​ລະ​ນຶກ​
ໃຫ້ທ່ານ Chung Hae – moon
(ພາບ: vietnam+)

(vovworld) –  ວັນ​ທີ 17/2, ຢູ່​ເຊີ​ອູ​ນ, ສະຖານທູດ ຫວຽດນາມ ປະຈຳ ສ. ​ເກົາຫຼີ ​ແລະ ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ - ການ​ຄ້າ​ໄດ້ມ​ອບ “ຫຼຽນ​ກາ​ທີ່​ລະ​ນຶກ​ເພື່ອ​ພາລະກິດ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ - ການ​ຄ້າ” ຂອງ​ກະຊວງ​ອຸດສາຫະກຳ - ການ​ຄ້າ, ​ໃຫ້​​ແກ່​ອະດີດ​ເລຂາທິການ​ໃຫຍ່​ສູນ ອາ​ຊຽນ - ສ. ​ເກົາຫຼີ (AKC) ​Chung Hae – moon, ​​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ​ໃນການ​ກໍ່ສ້າງ ​ແລະ ພັດທະນາ​ຂະ​ແໜງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ. ທີ່​ພິທີ, ທ່າ​ນ​ເອກອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ. ​ເກົາຫຼີ ຟ້າ​ມຮື​ວຈີ໋, ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ Chung Hae – moon ສຳລັບ​ຂະ​ແໜງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ, ພ້ອມ​ທັງ​ຫວັງ​ວ່າ​ທ່ານ​ຈະ​ສືບ​ຕໍ່​ສະຫງວນ​ໃຫ້ ຫວຽດນາມ ບັນດາ​ນຳ້​ໃຈ ​ແລະ ການ​ສະໜັບສະໜູນ​ອັນ​ໃຫຍ່​ຫຼວງ​ກ່ວາ​ອີກ.

        ທ່ານ Chung Hae – moon ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ຫຼຽນ​ກາ​ທີ່​ລະນຶກ ​ແລະ ​ໃຫ້ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ແນ​ໃສ່​ປະກອບສ່ວນຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ