ກະຊວງແຜນການ ແລະ ການລົງທຶນ ພົບປະກັບບັນດານັກທຸລະກິດແຂວງ Aichi, ຍີ່ປຸ່ນ

ກະຊວງແຜນການ ແລະ ການລົງທຶນ ພົບປະກັບບັນດານັກທຸລະກິດແຂວງ Aichi, ຍີ່ປຸ່ນ - ảnh 1
( ທ່ານ Hideaki Uhmura, ​ເຈົ້າ​ແຂວງ ​ແຂວງ Aichi ​ພົບ​ປະ​ກັບ​
ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ )


( vovworld ) –   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ, ຕອນ​ບ່າຍ​ວັນ​ທີ 16/4, ຄະນະ​ນັກທຸ​ລະ​ກິດ​ແຂວງ Aichi ( ຍີ່ປຸ່ນ ) ​ໂດຍ​ທ່ານ Hideaki Uhmura, ​ເຈົ້າ​ແຂວງ ​ແຂວງ Aichi ນຳ​ໜ້າ​ໄດ້​ມີ​ການ​ພົບ​ປະ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ. ນະ​ທີ່​ນີ້, ທ່ານ Do Nhat Hoang, ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຢືນຢັນ​ຈະຊວ່ຍທຸກໆ​ວິ​ສາ​ຫະກິດ, ນັບ​ທັງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍຂອງ​ຍີ່ປຸ່ນ ມາ​ຊອກ​ຮູ້ ​ແລະ ລົງທຶນ​ຢູ່​ຕະຫຼາດ​ຫວຽດນາມ,​ ພ້ອມ​ກັນ​ນັ້ນ ກໍ່​ຈະ​ແກ້​ໄຂ​ຂໍ​້ຕິດ​ຂັດ​​ເຊິ່ງ​ເກີດຂຶ້ນ​ໃນ​ຂະ​ບວນວິວັດ​ແຫ່ງ​ການລົງທຶນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ,​ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

        “ ກະຊວງ​ແຜນ​ການ ​ແລະ ກາ​ນລົງທຶນ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ພວມ​ສົມທົບ​ກັນ​ເພື່ອ​ມີ​ນະ​ໂຍບາຍຕ່າງໆ ກໍຄືບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​​ແຫຼ່ງທຶນ​ຈາກ​ຍີ່ປຸ່ນ ​ເຂົ້າ​ຫວຽດນາມ. ​ເພື່ອ​ສາມາດ​ເພີ່ມ​ທະວີ​ການ​ລົງທຶນ, ພວກ​ຂ້າພະ​ເຈົ້າ​ໄດ້​ຍົກ​ອອກ 2 ​ເນື້ອ​ໃນ​ຕົ້ນ​ຕໍຄື; ທີ່ໜື່ງ​ແມ່ນ ຕ້ອງ​ໜູນ​ຊ່ວຍ​ບັນດາ​ນັກ​ລົງທຶນ​ທີ່​ພວມລົງທຶນ​ຢູ່​ຫວຽດນາມ ​​ເພື່ອເຮັດ​ແນວ​​ໃດ​ໃຫ້​ມີ​ປະສິດທິ​ຜົນ, ທີ່​ສອງ​ແມ່ນ ຈັດ​ຕັ້ງ​ວຽກ​ງານ​ຊຸກຍູ້​ການ​ລົງທຶນ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຍັງ​ບໍ່​ທັນ​ລົງທຶນ​ເຂົ້າ​ຫວຽດນາມ ຈະລົງທຶນ​ເຈົ້າຫວຽດນາມ ຢ່າງ​ສະດວກ​ທີ່​ສຸດ ດ້ວຍ​ລະບຽບ​ການ​ລົງທຶນ​ຢ່າງວ່າງ​ໄວ ”.
ຂ່າວ/ບົດ​ອື່ນ