ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຮັບເອົາຄຳເຫັນ ປະກອບຮ່າງລັດຖະທຳມະນູນປີ 1992


ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ຮັບເອົາຄຳເຫັນ  ປະກອບຮ່າງລັດຖະທຳມະນູນປີ 1992  - ảnh 1

(vovworld)- ຕອນ​ເຊົ້າ​ວັນ​ທີ 5/2, ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ພະນັກງານ, ລັດຖະກອນ, ຄົນ​ງານ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ​ໃຫ້​ຮູ້​ວ່າ: ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຫລາຍ​ຮູບ​ການ​ເໝາະ​ສົມ, ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ພະນັກງານ, ລັດຖະກອນ ​ແລະ ຄົນ​ງານ​ໝົດ​ທຸກ​ຄົນ​ໄດ້​ເຂົ້າ​ຮ່ວມ. ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ ກ່າວ​ວ່າ:

        “​ເລື່ອງ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິ​ດການ​ເມືອງ​ຄັ້ງໃຫຍ່, ​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ. ສຳລັບ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ, ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ ​ໃນ​ໄຕ​ມາດ 1 ຈະ​ສຸມ​ໃສ່​ຄົ້ນ​ຄ້ວາ, ຊາບ​ຊືມຕາມ​ວິວັດ​ການ​ປະຕິບັດ​ເພື່ອ​ເຂົ້າ​ຮ່ວມ​ປັບປຸງ​ລັດຖະທຳ​ມະນູນ ​ເຮັດ​ແນວ​ໃດ​​ກຳນົດ​ໄດ້​ຄວາ​ມຮັບຜິດຊອບຂອງ​ແຕ່ລະຄົນ​ໃນ​ການ​ເຂົ້າ​ຮ່ວມ​ປະກອບຄຳ​ເຫັນ​​​​ໃສ່​ລັດຖະທຳ​ມະນູນ.”

         


ຂ່າວ/ບົດ​ອື່ນ