ກາຕາພ້ອມກັບຕວກກີມານະພະຍາຍາມຊອກຫາມາດຕະການແກ້ໄຂ

(VOVWORLD) - ວັນທີ 14 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໄດ້ມີການເຈລະຈາກັບຄູ່ຕຳແໜ່ງກາຕາ Sheikh Mohammed bin Abdulrahman Al Thani ທີ່ພວມຢ້ຽມຢາມປະເທດນີ້, ໃນນັ້ນໄດ້ປຶກສາລືບັນດາມາດຕະການແກ້ໄຂວິກິດການທາງການທູດຢູ່ເຂດອ່າວເປີເຊຍ.

ກາຕາພ້ອມກັບຕວກກີມານະພະຍາຍາມຊອກຫາມາດຕະການແກ້ໄຂ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ແລະ ຄູ່ຕຳແໜ່ງກາຕາ 

(ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ Al Thani ໃຫ້ຂໍ້ສັງເກດວ່າ, ວິກິດການໃນປະຈຸບັນຢູ່ເຂດອ່າວເປເຊຍ ບໍ່ສາມາດແກ້ໄຂໄດ້ໃນຈຸດເວລາອັນໃກ້ໆນີ້ໄດ້.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດຕວກກີ Mevlut Cavusoglu ໃຫ້ຮູ້ວ່າ, ທ່ານປະທານາທິບໍດີຕວກກີ tayip Erdogan ສະແດງຄວາມຫວັງຈະມີການຢ້ຽມຢາມເຂດອ່າວເປີເຊຍ ໂດຍໄວ ເພື່ອແນໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມແກ້ໄຂວິກິດການຢູ່ພາກພື້ນ, ໃນນັ້ນສຸມໃສ່ເຂົ້າໃນມາດຕະການແກ້ໄຂທີ່ເໝາະສົມດ້ວຍບັນດາຫຼັກການຂອງ “ບັນດາການພົວພັນຖານອ້າຍນ້ອງ”.

ຕອບກັບ

ຂ່າວ/ບົດ​ອື່ນ