(vovworld) - ວັນທີ 21/3, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລ່ືອງ ຫວ່າງແລ້ວນີ້ ກະຊວງການຄ້າ ອາເມລິກາ ຕົກລົງຈັດວາງອັດຕາພາສີຕ້ານການຂາຍບຸບລາຄາປາຈາຂອງ ຫວຽດນາມ ເພີ່ມຂຶ້ນສູງກັບສີບເທົ່າເມື່ອທຽບໃສ່ອັດຕາພາສີກ່ອນນີ້, ທ່ານ ເລືອງແທນຫງີ້ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈງວ່າ:
“ນີ້ແມ່ນຄຳຕັດສິນບໍ່ຍຸຕິທຳ, ຂາດຄວາມພາວະວິໄສ. ພວກຂ້າພະເຈົ້າໄດ້ຢືນຢັນເປັນຫລາຍຄັ້ງແລ້ວ ບັນດາວິສາຫະກິດຫວຽດນາມ ບໍ່ຂາຍບຸບລາຄາປາຈາ, filet ແຊເຢັນກໍຄືບັນດາຜະລິດຕະພັນສິນໃນນ້ຳປະເພດອື່ນໄປຍັງຕະຫລາດອາເມລິກາ ແລະ ສະເຫນີກະຊວງການຄ້າ ອາເມລິກາ ບໍ່ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາສຳລັບປາຈາກໍຄືສິນໃນນ້ຳປະເພດອື່ນຂອງຫວຽດນາມ. ພວກຂ້າພະເຈົ້າຖືວ່າ ການພົວພັນດ້ານການຄ້າລະຫວ່າງສອງປະເທດ ຄວນໄດ້ຮັບການພິຈາລະນາຢ່າງຍຸຕິທຳ, ພາວະວິໄສ, ສອດຄ່ອງກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ, ສອດຄ່ອງກັບເນື້ອໃນຈິດໃຈການຄ້າເສລີກໍຄືການພົວພັນອັນດີງາມລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດລວມຂອງວິສາຫະກິດ ຫວຽດນາມ, ອາເມລິກາ ກໍຄືຜູ້ບໍລິໂພກອາເມລິກາ.”
ປາຈາຂອງ ຫວຽດນາມ
ພາບ:internet
|
ກ່ຽວຂ້ອງເຖິງບັນຫານີ້, ທ່ານ ຟ້າມມີນຕວັນ, ຮອງຫົວຫນ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບເລື່ອງ ກະຊວງການຄ້າ ອາເມລິກາ ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກວ່າ 100% ສຳລັບປາຈານຳເຂົ້າຈາກ ຫວຽດນາມ. ຕາມທ່ານ ຕວນແລ້ວ, ເລື່ອງກະຊວງການຄ້າ ອາເມລິກາ ຈັດວາງອັດຕາພາສີສິນໃນນ້ຳຂອງຫວຽດນາມ ສຳລັບບັນດາວິສາຫະກິດສົ່ງອອກຂອງອາເມລິກາ ແມ່ນໄຮ້ເຫດຜົນ ແລະ ຂາດຄວາມຈິງໃນການເລືອກເຟັ້ນປະເທດທີ 3 ແມ່ນອິນໂດເນເຊຍ ບໍ່ເໝາະສົມ.
“ທີຫນຶ່ງ ອິນໂດເນເຊຍ ແມ່ນພື້ນຖານເສດຖະກິດທີ່ແຕກຕ່າງກັບພື້ນຖານເສດຖະກິດຂອງ ຫວຽດນາມ. ທີສອງ ຕົວເລກທີ່ກະຊວງການຄ້າ ອາເມລິກາ ຍົກອອກມາ, ໃນນັ້ນ ມີອິນໂດເນເຊຍ ບໍ່ສາມາດຕາງຫນ້າໃຫ້ແກ່ຂະແຫນງຜະລິດປາຈາທັງໝົດຂອງ ອິນໂດເນເຊຍ. ທີສາມ ປາຫນັງຂອງ ອິນໂດເນເຊຍ ກໍແຕກຕ່າງກັບປາຫນັງທີ່ລ້ຽງຢູ່ ຫວຽດນາມ. ນັ້ນແມ່ນບັນດາຫລັກຖານສະແດງໃຫ້ເຫັນຄຳຕັດສິນຂອງກະຊວງການຄ້າ ອາເມລິກາ ບໍ່ມີລັກສະນະວິທະຍາສາດ ແລະ ຂາດຄວາມຈິງ.”