ການ​ຕ່າງ​ປະ​ເທດຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -  ໃນປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນກໍ່ຕາມ, ແຕ່ວ່າການເຄື່ອນໄຫວດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ ຍັງໄດ້ປະຕິບັດຢ່າງຄຶກຄື້ນ, ບັນລຸໄດ້ຫຼາຍໝາກຜົນສຳຄັນ. 
ການ​ຕ່າງ​ປະ​ເທດຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1(ພາບປະກອບ: baoquocte.vn)

ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ທັນວາຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ກ່າວຄຳປາໄສຊີ້ນຳກອງປະຊຸມ. ຕອນບ່າຍວັນດຽວກັນ, ກອງປະຊຸມໄດ້ດຳເນີນວາລະປະຊຸມດ້ວຍຫົວຂໍ້ “ການຕ່າງປະເທດຮັບໃຊ້ການພັດທະນາປະເທດຊາດ”.

        ໃນປີ 2021, ເຖິງວ່າສະພາບການໂລກລະບາດໂຄວິດ - 19 ຜັນແປຢ່າງສັບສົນກໍ່ຕາມ, ແຕ່ວ່າການເຄື່ອນໄຫວດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ ຍັງໄດ້ປະຕິບັດຢ່າງຄຶກຄື້ນ, ບັນລຸໄດ້ຫຼາຍໝາກຜົນສຳຄັນ, ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນໂລກ, ພ້ອມທັງຍົກສູງອິດທິພົນຊື່ສຽງ ແລະ ຖານະບົດບາດທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ