ການ​ຖະ​ແຫລງ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

(VOVWORLD) -ຫວຽດນາມ ປາດຖະຫນາຢາກໃຫ້ ຈີນ ແລະ ອາເມລິກາ ຮັກສາການຮ່ວມມື ແລະການຕ່າງປະເທດ, ເສີມຂະຫຍາຍບົດບາດສຳຄັນ, ປະກອບສ່ວນຕັ້ງຫນ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ
ການ​ຖະ​ແຫລງ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ໃນກອງປະຊຸມສຸດຍອດທາງໄກ ເມື່ອວັນທີ 16 ພະຈິກ . (ພາບ:ຂ່າວສານ ຊີນຮວາ)

ວັນທີ 8 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງຫວຽດນາມ ກ່ຽວກັບຂໍ້ມູນຢູ່ກອງປະຊຸມສຸດຍອດ ອາເມລິກາ -ຈີນ ໃນວັນທີ 16 ພະຈິກ ຜ່ານມາ ອາດຈະຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງປະເທດມະຫາອຳນາດ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍຕິດຕາມການຜັນແປ, ສະພາບການໃນການພົວພັນສາກົນຢູ່ ພາກພື້ນ ແລະໃນໂລກ. ໂດຍແມ່ນຄູ່ຮ່ວມມືດ້ານການຄ້າກັບສອງປະເທດ, ຫວຽດນາມ ປາດຖະຫນາຢາກໃຫ້ ຈີນ ແລະ ອາເມລິກາ ຮັກສາການຮ່ວມມື ແລະການຕ່າງປະເທດ, ເສີມຂະຫຍາຍບົດບາດສຳຄັນ, ປະກອບສ່ວນຕັ້ງຫນ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ, ຮັກສາການຮ່ວມມື ແລະເຄົາລົບບົດບາດໃຈກາງຂອງ ອາຊຽນໃນໂຄງສ້າງພາກພື້ນ.

ການ​ຖະ​ແຫລງ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ảnh 2ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ:vietnamnet.vn)

ເມື່ອຕອບຄຳຖາມຂອງນັກຂ່າວທີ່ການຖະແຫລງຂ່າວນັດສາມັນ  ກ່ຽວກັບປະຕິກິລິຍາຂອງ ຫວຽດນາມຕໍ່ຫນ້າເລື່ອງ ໄທເປ -ຈີນ ດຳເນີນການຊ້ອມຮົບທະຫານເຮືອຢູ່ ເກາະ ບາບີ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານ ນາງ ເລທິທູຮັ່ງ ຊີ້ແຈ້ງວ່າ:

“ຫວຽດນາມ ມີ ພະຍານຫລັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ  ເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະຮ່ວາງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວລາດຕາເວນ ແລະ ການຊ້ອມຮົບການທະຫານຂອງ ໄຕ້ຫວັນ ຢູ່ ເຂດທະເລອອ້ມແອ້ມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະນີ້, ນາບຂູ່ເຖິງສັນຕິພາບ,ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ, ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມເດັດດ່ຽວຄັດຄ້ານ ແລະຮຽກຮ້ອງໃຫ້ ໄຕ້ຫວັນ ຢຸດຕິການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະບໍ່ໄດ້ມີການກະທຳຄ້າຍຄືກັນໃນອະນາຄົດ”

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂ່າວຄາວໃນຕົ້ນເດືອນພະຈິກທີ່ວ່າ: ບົດລາຍງານຂອງ ສະຫະປະຊາຊາດ ຮຽກຮ້ອງໃຫ້ ຫວຽດນາມ ປາບປາມໄພການຄ້າມະນຸດ ພາຍຫລັງຮັບຮູ້ສະພາບການສວຍໃຊ້ ແມ່ຍິງ ແລະ ເດັກຍິງ ໄດ້ຮັບສະຫມັກຈາກ ຫວຽດນາມ ໄປ ເຮັດວຽກຢູ່ ອາຣັບບີ ຊາອະດິ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລິທິທູຮັ່ງ ຢືນຢັນວ່າ:

“ຫວຽດນາມຍາມໃດກໍ່ໃຫ້ບຸລິມະສິດ ຊຸກຍູ້ຄວາມສະເຫມີພາບ ລະຫວ່າງຍິງ - ຊາຍ, ຮັດແຄບຊ່ອງວ່າງ ລະຫວ່າງຍິງ -ຊາຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງ ເຂົ້າຮ່ວມການຊົມໃຊ້ຄວາມສະເຫມີພາບໃນບັນດາຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ. ພ້ອມກັນນັ້ນ ຫວຽດນາມ ກໍ່ປະຕິບັດຫລາຍມາດຕະການເພື່ອແນໃສ່ປົກປ້ອງແຮງງານຍິງ.”

ດ້ວຍເນື້ອໃຈຈິດໃຈນັ້ນ, ທ່ານນາງ ເລທິທູຮັ່ງ ຢືນຢັນ: ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮັກສາການພົວພັນຕິດຕໍ່ກັບອົງການການທູດຢູ່ປະເທດປະຈຳຖິ່ນ,ບັນດາບໍລິສັດຄຸ້ມຄອງແຮງງານ, ກຽມພ້ອມມາດຕະການປົກປ້ອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ