ການນໍາວິສາຫະກິດທົ່ວໂລກ 2,500 ຄົນຈະເຂົ້າຮ່ວມ FPT Techday

(VOVWORLD) - ວັນເຕັກໂນໂລຊີ FPT ໄດ້ສ້າງເຄື່ອງໝາຍການຄ້າ, ມີສັນຍາລັກກ່ຽວກັບການເຕົ້າໂຮມຂອງທ່າອ່ຽງດຳເນີນທຸລະກິດ ແລະ ເຕັກໂນໂລຊີໃໝ່.
ການນໍາວິສາຫະກິດທົ່ວໂລກ 2,500 ຄົນຈະເຂົ້າຮ່ວມ FPT Techday  - ảnh 1(ພາບ: FPT)

          ຄາດວ່າ, ວັນເຕັກໂນໂລຊີ FPT (FPT Techday 2023) ດ້ວຍຫົວຂໍ້ “ສ້າງສັນຄວາມຜາສຸກ” ຈະດຳເນີນແຕ່ວັນທີ 24 – 25  ຕຸລາ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ເຫດການເຕັກໂນໂລຊີສາກົນປະຈຳປີ ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມ 10.000 ຄົນ, ໃນນັ້ນມີ 2.500 ວິສາຫະກິດ.

          ຜ່ານການຈັດຕັ້ງ 11 ຄັ້ງ, ວັນເຕັກໂນໂລຊີ FPT ໄດ້ສ້າງເຄື່ອງໝາຍການຄ້າ, ມີສັນຍາລັກກ່ຽວກັບການເຕົ້າໂຮມຂອງທ່າອ່ຽງດຳເນີນທຸລະກິດ ແລະ ເຕັກໂນໂລຊີໃໝ່. ໃນຈໍານວນວິສາຫະກິດ 2,500 ແຫ່ງທີ່ເຂົ້າຮ່ວມໃນ FPT Techday 2023, ມີວິສາຫະກິດປະມານ 600 ແຫ່ງໃນໂລກ. ຈຸດສຸມຂອງ FPT Techday 2023 ຈະປຶກສາຫາລືກ່ຽວກັບເຕັກໂນໂລຊີສ້າງຄວາມຜາສຸກ ແລະ ທ່າອ່ຽງພັດທະນາ, ກໍ່ຄືນຳໃຊ້ປັນຍາປະດິດເຂົ້າບັນດາຂະແໜງໃນອະນາຄົດ, ຢືນຢັນບົດບາດນຳໜ້າຂອງ FPT ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ